ກໍາປູເຈຍຂຶ້ນຄ່າແຮງງານຂັ້ນຕໍ່າຕໍ່ເດືອນ ສໍາລັບແຮງງານໃນອຸດສາຫະກໍາເສື້ອຜ້າ, ເກີບ ແລະ ສິນຄ້າເພື່ອການເດີນທາງ ເລີ່ມປີ 2024
September 30, 2023 - 3:12 PM


ກະຊວງແຮງງານ ແລະ ເຝິກວິຊາຊີບກໍາປູເຈຍ ກໍານົດອັດຕາຄ່າຈ້າງຂັ້ນຕໍ່າຕໍ່ເດືອນໃໝ່ ສໍາລັບແຮງງານໃນອຸດສາຫະກໍາເສື້ອຜ້າ, ເກີບ ແລະ ສິນຄ້າເພື່ອການເດີນທາງ ໂດຍປັບຂຶ້ນເປັນ 204 ໂດລາສະຫະລັດ ໃນປີ 2024 ເພີ່ມຈາກ 200 ໂດລາສະຫະລັດໃນປັດຈຸບັນ.
ວັນທີ 30 ກັນຍາ, ສໍານັກຂ່າວຊິນຮົວລາຍງານວ່າ: ການປະກາດດັ່ງກ່າວມີຂຶ້ນຫລັງຄະນະກໍາມະການຄ່າແຮງຂັ້ນຕໍ່າແຫ່ງຊາດກໍາປູເຈຍ ລົງມະຕິກໍານົດໃຫ້ຄ່າແຮງຂັ້ນຕໍ່າປີຕໍ່ໄປຢູ່ລະດັບ 202 ໂດລາສະຫະລັດ ເຊິ່ງຕໍ່ມາລັດຖະບານໄດ້ປັບຂຶ້ນເພີ່ມອີກ 2 ໂດລາສະຫະລັດ.
ນອກຈາກຄ່າແຮງຂັ້ນຕໍ່າຕໍ່ເດືອນແລ້ວ, ແຮງງານຍັງຈະໄດ້ຮັບສະຫວັດດີການຕໍ່ເດືອນອື່ນໆອີກ ບໍ່ວ່າຈະເປັນ ເງິນພິເສດ 10 ໂດລາຕໍ່ເດືອນຖ້າໄປເຮັດວຽກຢ່າງສະໝໍ່າສະເໝີ ແລະ ເງິນພິເສດ 7 ໂດລາຕໍ່ເດືອນ ສໍາລັບຄ່າໃຊ້ຈ່າຍໃນການເດີນທາງ ແລະ ຄ່າເຊົ່າທີ່ຢູ່ອາໄສ.