ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ

ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ - Untitled - ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ
ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ - kitchen vibe - ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ

ທາງການຕວກກີເພີ່ມຄວາມເຂັ້ມງວດ ແລະ ຍົກລະດັບມາດຕະການຮັກສາຄວາມປອດໄພ ພາຍຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ ໃນວັນທີ 1 ຕຸລາ ເຮັດໃຫ້ຜູ້ລົງມືກໍ່ເຫດເສຍຊີວິດ 2 ຄົນ ແລະ ມີຕໍາຫລວດໄດ້ຮັບບາດເຈັບອີກ 2 ຄົນ. ທາງການຕວກກີລະບຸວ່າ: ສະຖານະການທີ່ເກີດຂຶ້ນຖືເປັນເຫດກໍ່ການຮ້າຍໃຈກາງເມືອງຫລວງ.

ກ່ອນກຸ່ມກະບົດຊາວເຄີດ (PKK) ຈະອອກມາເຄື່ອນໄຫວ ແລະ ຍອມຮັບວ່າ: ເຫດການທີ່ເກີດຂຶ້ນນີ້ ກຸ່ມຂອງຕົນຢູ່ເບື້ອງຫລັງ ເຊິ່ງກົງກັບລາຍງານຂອງທາງການຕວກກີ ເຮັດໃຫ້ກອງທັບຕວກກີໂຈມຕີທາງອາກາດໃສ່ຖານທັບຂອງກຸ່ມກະບົດຊາວເຄີດຢູ່ບໍລິເວນທາງຕອນເໜືອຂອງອີຣັກ ເພື່ອຕອບໂຕ້ເຫດການດັ່ງກ່າວ ໂດຍກຸ່ມ PKK ຖືກຂຶ້ນບັນຊີຂອງທາງການຕວກກີ, ສະຫະພາບເອີຣົບ, ອັງກິດ ແລະ ອາເມລິກາ ໃນຖານະ “ກຸ່ມກໍ່ການຮ້າຍ”.

ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ - Visit Laos Visit SALANA BOUTIQUE HOTEL - ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ

ສ່ວນບັນດາຜູ້ນໍາໂລກ ແລະ ຜູ້ນໍາອົງການສາກົນ ຕ່າງປະນາມເຫດການທີ່ເກີດຂຶ້ນ. ພ້ອມເນັ້ນວ່າ: ປະຊາຄົມໂລກຕໍ່ຕ້ານການກໍ່ການຮ້າຍທຸກຮູບແບບ ໂດຍທ່ານ ເຍນ ສໂຕລເຕນເບິກ ເລຂາທິການອົງການ NATO ລະບຸວ່າ: NATO ຈະຮ່ວມຄຽງຂ້າງຕວກກີໃນການຕໍ່ຕ້ານກຸ່ມກໍ່ການຮ້າຍຢ່າງເຕັມຄວາມສາມາດ.

ທ່ານ ເຣເຈບ ໄຕຍິບ ແອຣໂດອັນ ປະທານາທິບໍດີຕວກກີ ລະບຸວ່າ: “ກຸ່ມກໍ່ການຮ້າຍຈະບໍ່ມີວັນບັນລຸເປົ້າໝາຍໄດ້ອີກໃນຕວກກີ, ເຫດກໍ່ການຮ້າຍໃນນະຄອນຫລວງອັງກາຣາວັນນີ້ທີ່ຕໍາຫລວດເຂົ້າແຊກແຊງຢ່າງທ່ວງທັນຈະຖືເປັນເຫດກໍ່ການຮ້າຍຄັ້ງສຸດທ້າຍ”. “ຜູ້ກໍ່ການຮ້າຍທີ່ພະຍາຍາມທໍາລາຍສັນຕິພາບ ແລະ ຄວາມໝັ້ນຄົງປອດໄພຂອງປະຊາຊົນຈະບໍ່ມີວັນປະສົບຜົນສໍາເລັດ”.

ອ້າງອີງ:

ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ - 4 - ຕວກກີເພີ່ມຄວາມເຂັ້ມງວດ ຫລັງເກີດເຫດລະເບີດຂ້າຕົວຕາຍກາງນະຄອນຫລວງອັງກາຣາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!