ມີຄົນຖືກລູກຫລົງ ຢູ່ຮ້ານກິນດື່ມ ເຂດບ້ານພະຂາວ ເມືອງໄຊທານີ ນະຄອນຫລວງ
October 3, 2023 - 9:42 AM


ໜ່ວຍກູ້ໄພສຸກເສີນອົງການກາແດງແຫ່ງຊາດລາວລາຍງານວ່າ: ເວລາ 3:10 ໂມງ ຂອງວັນທີ 3 ຕຸລາ 2023 ໄດ້ອອກເຫດຊ່ວຍ ຄົນຖືກຍິງຢູ່ ເຂດບ້ານພະຂາວ ເມືອງໄຊທະນີ ນະຄອນຫລວງວຽງຈັນ ຜູ້ຖືກຍິງເປັນເພດຊາຍ ອາຍຸປະມານ 21 ປີ ມີບາດແຜຢູ່ດ້ານຫລັງຊອດອອກໜ້າທ້ອງ. ຈຶ່ງໄດ້ໃຫ້ການຊ່ວຍເຫລືອປະຖົມພະຍາບານແລ້ວນຳສົ່ງໂຮງໝໍມິດຕະພາບ (150ຕຽງ).
ໝູ່ຜູ້ຖືກຍິງເລົ່າວ່າ: ຕົນເອງ ແລະ ໝູ່ໄດ້ໄປນັ່ງກິນຢູ່ຮ້ານກິນດື່ມແຫ່ງໜຶ່ງຢູ່ເຂດບ້ານພະຂາວ ເມືອງໄຊທານີ ແລະໄດ້ມີໂຕະທີ່ຢູ່ທາງຂ້າງໂຕະຕົນເອງຜິດທະເລາະວິວາດກັນແລ້ວມີສຽງປືນດັງຂຶ້ນປາກົດວ່າໝູ່ຂອງຕົນເອງໄດ້ຖືກລູກຫລົງຈາກການຖືກຍິງໂດຍບໍ່ຮູ້ໂຕ.


ຕົນເອງເລີຍຂັບລົດຈັກຊ້ອນໝູ່ທີ່ຖືກຍິງໜີອອກມາຈາກຮ້ານດັ່ງກ່າວຈົນມາຮອດບ່ອນນັ່ງຖ້າລົດເມຂ້າງປ້ຳນ້ຳມັນເຊື້ອໄຟອິນດູຈີນ ບ້ານພະຂາວ ເມືອງໄຊທານີ ໝູ່ເກີດອາການບໍ່ໄຫວແລະເສຍເລືອດ ຈຶ່ງໄດ້ໂທຂໍຄວາມຊ່ວຍເຫລືອຈາກໜ່ວຍກູ້ໄພເພື່ອນຳສົ່ງໂຮງໝໍ.
ສ່ວນລາຍລະອຽດເຫດານເຈົ້າໜ້າທີ່ພວມເລັ່ງດຳນວນການສືບສວນສອບສວນ.
ຂໍ້ມູນ: ໜ່ວຍກູ້ຊີບອົງການກາແດງລາວສູນກາງ