ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ

ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ - Untitled 1 - ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ
ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ - kitchen vibe - ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ

ວັກຊີນ R21Matrix-M ພັດທະນາໂດຍມະຫາວິທະຍາໄລອອກຟ໊ອດ ປະເທດອັງກິດ ໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກໃຫ້ເປັນວັກຊີນຊະນິດທີສອງ ເພື່ອໃຊ້ຕ້ານພະຍາດມາລາເຣຍ.

ວັນທີ 3 ຕຸລາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ອອກຖະແຫລງການໃນວັນທີ 2 ຕຸລາ 2023, ຢັ້ງຢືນໃຫ້ ວັກຊີນ R21Matrix-M ພັດທະນາໂດຍສະຖາບັນ ເຈນເນີ ແຫ່ງມະຫາວິທະຍາໄລອອກຟ໊ອດຂອງອັງກິດ ຜະລິດໂດຍສະຖາບັນ ເຊຣູມ ແຫ່ງອິນເດຍ ຜູ້ຜະລິດວັກຊີນລາຍໃຫຍ່ທີ່ສຸດຂອງໂລກ ເມື່ອວັດແທກຈາກປະລິມານໃນການນໍາໃຊ້ເພື່ອປ້ອງກັນພະຍາດມາລາເຣຍ ແລະ ບໍລິສັດໂນວາແວກຂອງອາເມລິກາ.

ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ

R21Matrix-M ເປັນວັກຊີນປ້ອງກັນພະຍາດມາລາເຣຍຊະນິດທີສອງຂອງໂລກ ເຊິ່ງ WHO ແນະນໍາ ຕໍ່ຈາກວັກຊີນ RTS, S/Mosquirix ຂອງບໍລິສັດ ແກຼັກໂຊສມິດໄຄ ຈາກອັງກິດ ເຊິ່ງມີການແນະນໍາໃນປີ 2021 ຂະນະທີ່ວັກຊີນ R21Matrix-M ຜ່ານການຮັບຮອງໃຫ້ນໍາໃຊ້ແລ້ວ ໂດຍໜ່ວຍງານສາທາລະນະນຸກຂອງການາ, ໄນຈີເຣຍ ແລະ ບູກິນາຟາໂຊ.

WHO ກໍານົດເປົ້າໝາຍໃຫ້ໂລກມີວັກຊີນປ້ອງກັນພະຍາດມາລາເຣຍທີ່ມີປະສິດທິພາບບໍ່ຕໍ່າກວ່າ 75% ພາຍໃນປີ 2030 ເຖິງວ່າໄລຍະຜ່ານມາມີຄວາມພະຍາຍາມຂອງຫລາຍຝ່າຍ ທັງພາກລັດ ແລະ ເອກະຊົນໃນການພັດທະນາວັກຊີນປ້ອງກັນພະຍາດມາລາເຣຍ ແຕ່ຜົນໄດ້ຮັບຍັງບໍ່ເກີນ 55%.

ປັດຈຸບັນ ປະຊາກອນໂລກເກືອບເຄິ່ງໜຶ່ງອາໄສຢູ່ພື້ນທີ່ສ່ຽງສູງຕໍ່ພະຍາດມາລາເຣຍ ເຊິ່ງພື້ນທີ່ສ່ຽງສູງສຸດຄືທະວີບອາຟຣິກາ.
WHO ຈຶ່ງມີຄວາມຫວັງວ່າ: ການແນະນໍາວັກຊີນທີ່ກ່ຽວຂ້ອງເພີ່ມອີກຢ່າງໜ້ອຍ 1 ລາຍການ ຈະຊ່ວຍແບ່ງເບົາສະພາບຄວາມເຄັ່ງຕຶງຂອງວັກຊີນພະຍາດມາລາເຣຍທີ່ເປັນພະຍາດຕິດເຊື້ອຈາກໂປຣໂຕຊົວ ຫລື ປໍລະສິດ ມີຍຸງກົ້ນຊີ້ເພດເມຍເປັນພາຫະ.

ຜູ້ຕິດເຊື້ອສ່ວນຫລາຍສະແດງອາການພາຍໃນໄລຍະເວລາ 10-14 ວັນ ຫລັງຖືກຍຸງກັດ. ອາການເບື້ອງຕົ້ນຄືໄຂ້ສູງ, ໜາວສັ່ນ ແລະ ຮ່າງກາຍຊີດ ຖ້າບໍ່ໄດ້ຮັບການປິ່ນປົວຢ່າງທັນທີ ແລະ ຖືກຕ້ອງ ຜູ້ຕິດເຊື້ອອາດມີອາການຮຸນແຮງຂຶ້ນຈົນເຖິງຂັ້ນໝາກໄຂ່ຫລັງລົ້ມເຫລວ, ຕັບ ແລະ ປອດເຮັດວຽກຜິດປົກກະຕິ ຈົນສົ່ງຜົນເຮັດໃຫ້ເສຍຊີວິດໄດ້.

ອ້າງອີງຈາກ: https://www.who.int/news/item/02-10-2023-who-recommends-r21-matrix-m-vaccine-for-malaria-prevention-in-updated-advice-on-immunization

ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ - 3 - ອົງການອະນາໄມໂລກແນະນໍາ “ວັກຊີນມາລາເຣຍຊະນິດທີສອງຂອງໂລກ” ຈາກມະຫາວິທະຍາໄລອ໊ອກຟ໊ອດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!