ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ

ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ - 6988 - ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ
ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ - kitchen vibe - ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ

ວັນທີ 3 ຕຸລາ 2023, ທ່ານ ພັທ ປັນຍາ ແສງວິຈິດ ຮອງກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຊີ້ແຈງກ່ຽວກັບ ເຫດໄວລຸ້ນ 2 ຄົນ ຖືກຍິງເສຍຊີວິດ ຢູ່ບ້ານປາກງາວ ເມືອງຫ້ວຍຊາຍ ວ່າ: ເຊົ້າມືດເວລາປະມານ 2-3 ໂມງ ຂອງວັນທີ 10 ກັນຍາ 2023, ມີຄົນຮ້າຍເຂົ້າໄປງັດເຮືອນປະຊາຊົນ ແລະ ລັກລົດຈັກເວບຮ້ອຍ ສີແດງດຳ ໄດ້ 1 ຄັນ, ຕໍ່ມາກໍ່ໄປງັດຮ້ານຂາຍເຄື່ອງຍ່ອຍຂອງພະນັກ ງານລັດ ໃນຂະນະນັ້ນເຈົ້າຂອງຮ້ານໄດ້ຍິນສຽງຈຶ່ງລຸກມາເບິ່ງ ພ້ອມທັງເອົາປືນ ທີ່ການຈັດຕັ້ງມອບໃຫ້ໄວ້ປ້ອງກັນຕົວໄປນຳ  ແລະ ມາພົບເຫັນຄົນຮ້າຍ ຂະນະດຽວກັນຄົນຮ້າຍຮູ້ຕົວຈຶ່ງຈັບມີດແລ່ນເຂົ້າມາຫັວງຈະແທງເຈົ້າຂອງຮ້ານ, ເມື່ອເຫັນແນວນັ້ນ ເຈົ້າຂອງຮ້ານຈຶ່ງຈັບປືນແນໃສ່ ແຕ່ບໍ່ໄດ້ຍິງ ເຮັດໃຫ້ຄົນຮ້າຍແລ່ນກັບອອກໄປຫາພັກພວກ. ຈາກນັ້ນ ພວກຄົນຮ້າຍໄດ້ແລ່ນເອົາປືນສັ້ນມາຊິຍິງໃສ່ເຈົ້າຂອງຮ້ານ ແລະ ເຈົ້າຂອງຮ້ານ ກໍໄດ້ຍິງປຶນສວນປ້ອງກັນໂຕ 1 ນັດ ບໍ່ຮູ້ວ່າຖືກ ຫລື ບໍ່, ຈາກນັ້ນຄົນຮ້າຍໄດ້ຂີ່ລົດເອົາຕົວຫລົບໜີ ມູ່ງໜ້າໄປທາງເທສະບານເມືອງຫ້ວຍຊາຍ, ທາງເຈົ້າຂອງຮ້ານກໍໄດ້ຍິງປືນໃສ່ອີກ 1 ນັດ ບໍ່ຮູ້ວ່າຖືກ ຫລື ບໍ່. ເຊົ້າມື້ຕໍ່ມາມີປະຊາຊົນທີ່ແລ່ນລົດໂດຍສານພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ລົງກວດກາ ພົບຜູ້ເສຍຊີວິດເພດຊາຍ 2 ຄົນ.

ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ - 8494 1024x562 - ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ

ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ - Visit Laos Visit SALANA BOUTIQUE HOTEL - ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ

ພາຍຫລັງເຈົ້າໜ້າທີ່ສືບສວນ-ສອບສວນ ຮູ້ວ່າ: ຜູ້ທີ 1 ຊື່ທ້າວ ຊົວວາງ ອາຍຸ 20 ປີ ຢູ່ບ້ານ ໄຊພັດທະນາ ເມືອງເມິງ ແຂວງບໍ່ແກ້ວ; ຜູ້ທີ 2 ຊື່ ທ້າວປໍລີ ອາຍຸ 20 ປີ ຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ  ເຊິ່ງຄົນຮ້າຍທີ່ເສຍຊີວິດ 2 ຄົນ ແມ່ນເປົ້າໝາຍເຄື່ອນໄຫວລັກຊັບພົນລະເມືອງຢູ່ຫລາຍຈຸດຫລາຍບ່ອນ ທີ່ມີຄຳສັ່ງຈັບຕົວຈາກອົງການໄອຍະການປະຊາຊົນ ແຂວງບໍ່ແກ້ວ ແຕ່ຍັງບໍ່ສາມາດຈັບຕົວໄດ້.

https://fb.watch/nrrj5yXyeL/

ຂໍ້ມູນ: ປກສ ແຂວງບໍ່ແກ້ວ

 

ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ - 3 - ເຫດໄວລຸ້ນ 2 ຄົນ ໄປລັກຊັບພົນລະເມືອງ ແຕ່ຖືກເຈົ້າຂອງຊັບຍິງເສຍຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!