ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ

ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ - 4a586a90 61d9 11ee 88b8 eb341691691d - ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ
ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ - kitchen vibe - ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ

ວັນທີ 4 ຕຸລາ 2023 ສຳນັກຂ່າວThe standand ລາຍງານຂ່າວວ່າ:  ສູນປະຕິບັດການສຳນັກງານຕຳຫລວດແຫ່ງຊາດໄທ ໄດ້ຖະແຫລງ ສະຫລຸບເຫດການ ເດັກຊາຍອາຍຸ 14 ປີ ຍິງໃນຫ້າງສັບພະສິນຄ້າພະລາກອນ ເຮັດໃຫ້ມີຈຳນວນຜູ້ເສຍຊີວິດ 2 ຄົນ ແລະ ໄດ້ຮັບບາດເຈັບ 5 ຄົນ, ເຊິ່ງເສຍຊີວິດ 2 ຄົນເປັນເພດຍິງທັງສອງ ສັນຊາດຈີນ ອາຍຸ 34 ປີ ຖືກຍິງເສຍຊີວິດໃນຫ້າງ ແລະ ຄົນທີ 2 ສັນຊາດມຽນມາ ເປັນພະນັກງານໃນຫ້າງ ຖືກຍິງ ອາການບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ. ມີຄົນໄດ້ຮັບບາດເຈັບ 5 ຄົນ ເປັນຄົນຈີນ 1 ຄົນ, ຄົນລາວ 1 ຄົນ, ແລະ ຄົນໄທ 3 ຄົນ.

ເຊິ່ງຕຳຫລວດສາມາດກັກຕົວຜູ້ກໍ່ເຫດໄດ້ ເວລາປະມານ 17:10 ໂມງ ຂອງວັນທີ 3 ຕຸລາ 2023, ໂດຍຜູ້ກໍ່ເຫດໄດ້ ວາງອາວຸດ ແລະ ຢູ່ໃນອາການສັບສົນ ປັດຈຸບັນໄດ້ສົ່ງຕົວໄປຫ້ອງສືບສວນ ແລະ ຍັງບໍ່ສາມາດເປີດເຜີຍຂໍ້ມູນຂອງຜູ້ກໍ່ເຫດໄດ້. ຈາກການສອບສວນເບື້ອງຕົ້ນ ພົບວ່າຜູ້ກ່ຽວມີອາການທາງຈິດຕະເວດ ແລະ ໄດ້ເຂົ້າຮັກສາຢູ່ໂຮງໝໍແຫ່ງໜຶ່ງ ສ່ວນອາວຸດປືນນັ້ນເປັນປືນດັດແປງ ຊື້ມາຈາກເວັບໄຊພ້ອມລູກປືນໃນລາຄາ ໝື່ນກວ່າບາດ.

ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ - Visit Laos Visit SALANA BOUTIQUE HOTEL - ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ

ທັງນີ້ ຜູ້ປົກຄອງໃຫ້ຂໍ້ມູນວ່າ ເດັກຊາຍດັ່ງກ່າວຫລິ້ນເກມໃນລັກສະນະຕໍ່ສູ້ໃຊ້ອາວຸດປືນ ແລະ ໃນໂທລະສັບຍັງມີຄລິບວີດີໂອບັນທຶກການຊ້ອມປ່ຽນແມັກບັນຈຸລູກປືນ ແລະ ຈາກການກວດຄົ້ນເຮືອນພົບ ປືນບີບີກັນ, ລູກປືນ M16, ລູກປືນລູກຊອງ ແລະ ລູກປືນຂະໜາດ 9 ມມ.

ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ - 4 - ເດັກຊາຍກໍ່ເຫດຍິງ ຢູ່ປະເທດໄທ ເສຍຊີວິດ 2 ຄົນ ບາດເຈັບ 5 ຄົນ ມີຄົນລາວ 1 ຄົນທີ່ໄດ້ຮັບບາດເຈັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!