ປກສ ແຂວງຫລວງນໍ້າທາ ກັກຕົວໄວ້ລຸ້ນ 25 ຄົນ ທີ່ມົ້ວສຸມດື່ມນໍ້າກະທ່ອມ ມາສຶກສາອົບຮົມກ່າວເຕືອນ


ວັນທີ 6 ຕຸລາ 2023, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫລວງນໍ້າທາ ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ, ຕິດຕາມກວດກາ, ຊອກຫາກຸ່ມແກ້ງມົ້ວສຸມຜະລິດປຸງແຕ່ງ ແລະ ຄ້າ-ຂາຍນ້ຳກະທ່ອມ ຢູ່ພາຍໃນແຂວງ, ເຊິ່ງໄດ້ພົບເຫັນກຸ່ມໄວໜຸ່ມກຳລັງມົ້ວສຸມດື່ມນໍ້າກະທ່ອມຢ່າງຄຶກຄະນອງ ພ້ອມທັງເຂົ້າກັກຕົວພວກກ່ຽວໄດ້ທັງໝົດ 25 ຄົນ, ພ້ອມຂອງກາງ ໃບກະທ່ອມ, ນ້ຳຢາ 28 ຊຸດ ແລະ ອຸປະກອນປຸງແຕ່ງອື່ນໆ.
ພັຕ ສົມບູນ ສະກຸນທອງ ຮອງໝວດເສນາ ກອງພັນປ້ອງກັນເຄືອນທີ່ ປກສ ແຂວງ ໃຫ້ຮູ້ວ່າ: ກຸ່ມໄວໜຸ່ມມົ້ວສຸມດື່ມນ້ຳກະທ່ອມ 25 ຄົນ, ຍິງ 7 ຄົນ ໃນນີ້ມີອາຍຸ 14-18 ປີ ຈໍານວນ 21 ຄົນ ແລະ 19-20 ປີ ຈໍານວນ 4 ຄົນ ເຊິ່ງພວກກ່ຽວໄດ້ໃຫ້ການວ່າ: ໃບກະທ່ອມທີ່ນໍາມາຕົ້ມດື່ມໃນຄັ້ງນີ້ ໄດ້ສັ່ງຊື້ຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ປະເທດເພື່ອນບ້ານ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ແລະ ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ຖ້າພົບເຫັນກະທຳຜິດອີກແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.