ອັດຕະປື ຮຽກຮ້ອງໃຫ້ປະຊາຊົນພາຍໃນແຂວງ ໂຈະຂຸດຄົ້ນຂີ້ກະເດືອນທຳມະຊາດ ເພື່ອຮັບປະກັນບໍ່ໃຫ້ດັບສູນ


ວັນທີ 16 ຕຸລາ 2023, ທ່ານ ນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ອັດຕະປື ລາຍງານໃຫ້ຮູ້ວ່າ: ການດຳເນີນກິດຈະການຂຸດຄົ້ນ ແລະ ໃຊ້ເຄື່ອງມືທັນສະໄໝຂຸດຄົ້ນເອົາກະດິນເດືອນທຳມະຊາດ ເພື່ອໄປຂາຍໃຫ້ຜູ້ປະກອບການເກັບຊື້ຢູ່ຕາມຈຸດຕ່າງໆແມ່ນໄດ້ຂະຫຍາຍອອກສູ່ວົງກວ້າງ, ໃນຂະນະດຽວກັນເມື່ອເປັນບັນຫາສັງຄົມເກີດມີຄວາມຕ້ອງການຕໍ່ຄຸນຄ່າລາຄາຂອງຂີ້ກະດິນເດືອນ ທາງພະແນກກະສິກຳ-ປ່າໄມ້ແຂວງ ອັດຕະປື ໂດຍໄດ້ຮັບການຊີ້ນໍາຈາກຂັ້ນເທິງ ກໍໄດ້ອອກແຈ້ງການ ສະບັບເລກທີ 1934/ກປຂ ລົງວັນທີ 13 ກັນຍາ 2023 ເນື້ອໃນ ແມ່ນຫ້າມເກັບກູ້ ແລະ ຊື້-ຂາຍ ຂີ້ກະດິນເດືອນທຳມະຊາດ.
ເຫດຜົນທີ່ອອກແຈ້ງການດັ່ງກ່າວ ຍ້ອນເຈົ້າໜ້າທີ່ກ່ຽວຂ້ອງຂອງແຂວງກວດພົບມີຊາວຕ່າງປະເທດຈໍານວນໜຶ່ງນໍາເອົາເຄື່ອງມືທັນສະໄໝມານໍາໃຊ້ເຂົ້າໃນການຊັອດເກັບກູ້ຂີ້ກະດິນເດືອນ ເຮັດໃຫ້ມີຄວາມສ່ຽງສູງທີ່ຈະສູນພັນ ແລະ ບັນຫາອື່ນໆກໍ່ອາດຈະເກີດຂຶ້ນໃນລັກສະນະເຊັ່ນດຽວກັນ ແລະ ພໍ່ແມ່ປະຊາຊົນຍັງມີຈຳນວນຫລາຍບໍ່ທັນໄດ້ຮັບຮູ້, ເຂົ້າໃຈເທົ່າທີ່ຄວນ ຫຼື ບາງຈຳນວນອາດຈະຮັບຮູ້ແຕ່ວ່າມັນເປັນສິ່ງທີ່ຊອກຫາຢູ່ໃນທຳມະຊາດໂດຍບໍ່ໄດ້ລົງທຶນຫຼາຍ ແລະ ຂາດການຄຳນຶງເຖິງຜົນເສຍຫາຍຕໍ່ສິ່ງແວດລ້ອມຈິ່ງມີການດຳເນີນຢ່າງຫຼວງຫຼາຍ, ຜ່ານການຕິດຕາມກວດກາຈາກຂະແໜງການກ່ຽວຂ້ອງ ໂດຍສົມ ທົບກັບອຳນາດການປົກຄອງບ້ານເຫັນວ່າ ມີຂໍ້ມູນຈຸດລັກລອບເກັບຊື້ຢູ່ 3 ເມືອງຄື: ເມືອງ ສາມັກຄີໄຊ ມີ 2 ຈຸດ, ເມືອງ ໄຊເສດຖາ ມີ 2 ຈຸດ ແລະ ເມືອງ ສະໜາມໄຊມີ 3 ຈຸດ.
ການຂຸດຄົ້ນເອົາຂີ້ກະເດືອນດິນໃນຮູບແບບຕ່າງໆ ມີຜົນກະທົບຕໍ່ພື້ນທີ່ດິນນາ, ຮົ້ວສວນ ແລະ ຜົນລະປູກ ຂອງປະຊາຊົນ, ບຸກຄົນ ຫຼື ນິຕິບຸກຄົນ, ຮ້າຍແຮງໄປກວ່ານັ້ນ ຍັງມີການມ້າງຮົ້ວໃນເນື້ອທີ່ດິນຂອງຄົນອື່ນແບບຊະຊາຍ ເຮັດໃຫ້ພະນັກງານ ແລະ ພໍ່ແມ່ປະຊາຊົນຈຳນວນໜຶ່ງໄດ້ມີຄວາມເປັນຫ່ວງເປັນໃຍດິນດອນຕອນຫຍ້າ ຫຼື ລະບົບນິເວດໃນສະພາບເເວດລ້ອມຂອງທຳມະຊາດ ວ່າອາດຈະມີການເສຍຫາຍຄືຢູ່ປະເທດເພື່ອນບ້ານທີ່ໄດ້ມີບັນຫາມາກ່ອນໜ້າເກີດມີກໍລະນີ ນີ້ຢູ່ແຂວງອັດຕະປື ຈຶ່ງໄດ້ຮ້ອງຮຽນຫາພາກສ່ວນກ່ຽວຂ້ອງຊ່ວຍແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ໃນກໍລະນີຜູ້ລະເມີດດັ່ງກ່າວເຈົ້າໜ້າທີ່ກໍໄດ້ສ້າງບົດບັນທຶກກັບລາຍບຸກຄົນໃຫ້ຢຸດຕິກ່ອນຊົ່ວຄາວ ຫຼື ເຊົາເລີຍເປັນທີ່ຮຽບຮ້ອຍແລ້ວ.
ນອກນັ້ນ, ທ່ານ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຍັງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ແຂວງ ອັດຕະປື ບໍ່ເຄີຍອະນຸຍາດໃຫ້ບຸກຄົນ ຫລື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດຂຸດຄົ້ນ ຫລື ເກັບຊື້ຂີ້ກະເດືອນພາຍໃນແຂວງຂອງຕົນ ແລະ ໃນກໍລະນີທີ່ມີຜູ້ປະກອບການຕ່າງປະເທດນໍາເອົາເຄື່ອງມືທັນສະໄໝເຂົ້າມາຊັອດຂີ້ກະເດືອນໃນຄັ້ງນີ້ຍັງບໍ່ຮູ້ເປັນທາງການເທື່ອວ່າເຂົາເຈົ້າຈະເອົາຂີ້ກະເດືອນໄປຈໍາໜ່າຍຢູ່ໃສ ຫລື ເອົາໄປເປັນສ່ວນປະສົມຢາຮັກສາສຸຂະພາບໄດ້ 40 ກວ່າຊະນິດດັ່ງທີ່ໄດ້ຟັງ, ໄດ້ເຫັນໃນຂ່າວອອນລາຍ ແທ້ຫຼືບໍ?
ສະນັ້ນ, ໃນໜັງສືແຈ້ງຕອບຈາກກົມປ່າໄມ້ ກະຊວງກະສິກຳ-ປ່າໄມ້ ເລກທີ 4910/ກປມ, ລົງວັນທີ 5/10/2023 ໂດຍອີງຕາມ ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007 ເເມ່ນບໍ່ໄດ້ລະບຸໃຫ້ມີ ໂກຕາເກັບຊື້ສັດປ່າຈາກທຳມະຊາດ ຄືກັນກັບ ເຄື່ອງປ່າຂອງດົງ, ການອະນຸຍາດໂກຕາສໍາລັບສັດປ່ານັ້ນ ແມ່ນມີພຽງແຕ່ ການອະນຸຍາດໂກຕາໃຫ້ນຳເຂົ້າ ແລະ ສົ່ງອອກ ສັດປ່າ ທີ່ຜ່ານການລ້ຽງ ແລະ ຂະຫຍາຍພັນ ເທົ່ານັ້ນ.
ສະນັ້ນ, ຜ່ານການຄົ້ນຄວ້າທາງດ້ານວິຊາການ ກົມປ່າໄມ້ ຈຶ່ງມອບໃຫ້ ຂະແໜງປ່າໄມ້ ປະຕິບັດຕາມແຈ້ງການ ຂອງພະເເນກກະສິກຳ ແລະ ປ່າໄມ້ ເເຂວງ ອັດຕະປື, ສະບັບເລກທີ 1934/ກປຂ, ລົງວັນທີ 13 ກັນຍາ 2023 ຢ່າງເຂັ້ມງວດ, ການຂຸດຄົ້ນ, ຊື້ຂາຍ ຂີ້ກະເດືອນ ໃນປ່າໄມ້ ແລະ ທີ່ດິນປ່າໄມ້ ແມ່ນຫ້າມເດັດຂາດ ເນື່ອງຈາກເປັນພຶດຕິກຳທີ່ສົ່ງຜົນກະທົບອັນບໍ່ດີຕໍ່ລະບົບນິເວດປ່າໄມ້ ແລະ ເສື່ອມຄຸນະພາບຂອງດິນ ແລະ ຈະສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ, ແລະ ໄດ້ຖືໂອກາດຊີ້ແຈງໃນເທື່ອນີ້ ເປັນການຮຽກຮ້ອງໃຫ້ສັງຄົມ ກໍຄື ພໍ່ແມ່ປະຊາຊົນຊາວແຂວງ ອັດຕະປື ຈົ່ງເຂົ້າໃຈ, ຕື່ນຕົວເປັນເຈົ້າຕົນເອງ ຮ່ວມກັນໃນການປົກປັກຮັກສາ ແລະ ໃຫ້ການຮ່ວມມືຈັດຕັ້ງປະຕິບັດຕາມນິຕິກໍາທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເພື່ອຮັບປະກັນບໍ່ໃຫ້ຂີ້ກະເດືອນທຳມະຊາດດັບສູນ, ສ່ວນການຂຸດຄົ້ນຂີ້ກະເດືອນແບບທໍາມະຊາດ ເພື່ອນໍາໃຊ້ເຂົ້າໃນການທໍາມາຫາກິນຂອງປະຊາຊົນໃນແຕ່ລະວັນ ແມ່ນຍັງສາມາດດໍາເນີນໄດ້ເປັນປົກກະຕິຄືເກົ່າ ສຳລັບການຂຸດຄົ້ນນໍາໃຊ້ເຄື່ອງມືແບບທັນສະໄໝ (ໝໍ້ຊັອດ) ແມ່ນໃຫ້ໂຈະ ຫຼື ຢຸດເຊົາເສຍກ່ອນ ແລະ ໃນແຜນການຕໍ່ໜ້າທາງເຈົ້າໜ້າທີ່ຂະແໜງກະສິກຳສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ສືບຕໍ່ໃນການສະກັດກັ້ນ, ລົງຕິດຕາມກວດກາຮ່ວມອຳນາດປົກຄອງບ້ານຕາມຈຸດຫຼ່ໍແຫຼມ, ຖ້າຫາກຜູ້ປະກອບການອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ກໍລະນີພົບເຫັນ ແມ່ນໄດ້ນຳຕົວບຸກຄົນດັ່ງກ່າວດຳເນີນຄະດີຕາມລະບຽບການຂອງກົດໝາຍຢ່າງເຂັ້ມງວດ.