ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ

ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ - 395233191 647718994201571 6636133610745525548 n - ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ
ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ - kitchen vibe - ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ

ວັນທີ 19 ຕຸລາ 2023, ສະຖາບັນ ຄົ້ນຄວ້າ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດກອງປະຊຸມສຳມະນາວິຊາການ ແລະ ເຜີຍແຜ່ຂໍ້ມູນ ກ່ຽວກັບ ບັນຫາ ແລະ ຜົນກະທົບຕໍ່ສຸຂະພາບຈາກໝອກຄວັນ ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ ແລະ ມີຄວາມສ່ຽງຈາກໝອກຄວັນ, ຈຸດປະສົງ ເພື່ອນໍາສະໜີສະພາບລວມ ກ່ຽວກັບ ບັນຫາ ແລະ ຜົນກະທົບຈາກໝອກຄວັນ, ຟັງການເຜີຍແຜ່ຜົນການຄົ້ນຄວ້າມົນລະພິດທາງອາກາດ ແລະ ປຶກສາຫາລື ກ່ຽວກັບ ແຜນປະຕິບັດ ແລະ ດໍາເນີນງານແຫ່ງຊາດເພື່ອປ້ອງກັນ, ກະກຽມ ແລະ ຮັບມື ກັບສະພາບການປ່ຽນແປງພູມອາກາດ ທີ່ຄາດວ່າຈະມີລະດູແລ້ງເລີ່ມຕົ້ນໄວ ແລະ ອາດຈະແກ່ຍາວກວ່າປົກກະຕິ ໃນທ້າຍປີ 2023 ແລະ ຕົ້ນປີ 2024.

ຜ່ານການນໍາສະເໜີ ແລະ ປຶກສາຫາລື ຜູ້ເຂົ້າຮ່ວມໄດ້ສະແດງຄວາມຮັບຮູ້ ແລະ ເຂົ້າໃຈກັບສະພາບໝອກຄວັນ ແມ່ນເກີດຈາກບັນຫາໄຟໄໝ້ລາມປ່າ ແລະ ສະໜາມຂີ້ເຫຍື້ອ ຍ້ອນການຈູດສິ່ງເສດເຫຼືອຄົວເຮືອນ, ການລ່າສັດ, ການຫາເຄື່ອງປ່າຂອງດົງ, ການຈູດເຜົາພື້ນທີ່ເພື່ອການກະສິກໍາຫລາຍວັນຕິດຕໍ່ກັນ ແລະ ບວກກັບສະພາບອາກາດແຫ້ງແລ້ງ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບ, ຊັບພະຍາກອນທໍາມະຊາດ ແລະ ລະບົບນິເວດ. ສະນັ້ນ, ຈຶ່ງໄດ້ພ້ອມກັນຊອກຫາວິທີປ້ອງກັນ ແລະ ຮັບມືບັນຫາໄຟໄໝ້ລາມປ່າ, ຊຶ່ງປະກອບມີມາດຕະການຫລຸດຜ່ອນດັ່ງນີ້:
1. ການສ້າງຈິດສໍານຶກໄລຍະສັ້ນ ແລະ ຍາວ ກ່ຽວກັບ ມົນລະພິດທາງອາກາດທີ່ສົ່ງຜົນຕໍ່ສຸຂະພາບ ແລະ ການປ່ຽນແປງພູມອາກາດ;
2. ແບ່ງຂັ້ນຄຸ້ມຄອງຢ່າງລະອຽດໃນການກະກຽມຄວາມພ້ອມບໍ່ໃຫ້ໄຟໄໝ້ລາມປ່າ;
3. ກະກຽມອຸປະກອນທີ່ຈຳເປັນໃຫ້ແກ່ທ້ອງຖິ່ນໃນການມອດໄຟແຕ່ຫົວທີ່ເພື່ອປ້ອງກັນບໍ່ໃຫ້ໄຟໄໝ້ລາມໄປເປັນວົງກ້ວາງ;
4. ກະກຽມງົບປະມານທີ່ຈຳເປັນໃຫ້ແກ່ທ້ອງຖິ່ນໃນການປ້ອງກັນບໍ່ໃຫ້ເກີດໄຟໄໝ້;
5. ເຮັດສັນຍາກັບແຕ່ລະຄອບຄົວທີ່ຢູ່ໃກ້ກັບປ່າສະຫງວນ.

ນອກນີ້ຜູ້ແທນ ຈະນຳເອົາເນື້ອໃນກອງປະຊຸມໄປເຮັດເປັນແຜນຮັບມືໃນການສະກັດໄຟໄໝ້ລາມປ່າໃນລະດູແລ້ງ ເພື່ອຫລຸດຜ່ອນຈຳນວນຈຸດເກີດໄຟໄໝ້ໃຫ້ຫລຸດລົງ 35% ໃນປີ 2025. ທັງເປັນການຫລຸດຜ່ອນຜົນກະທົບຕໍ່ສຸຂະພາບ, ຕໍ່ຊັບພະຍາກອນປ່າໄມ້ ແລະ ລະບົບນິເວດ ທັງເປັນການປະຕິບັດພັນທະຕໍ່ສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມຜ່ານຊາຍແດນທີ່ ສປປ ລາວໄດ້ເປັນສະມາຊິກ

ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ - 4 - ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ
ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ - 5 - ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ
ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ - 3 - ສະພາບການປ່ຽນແປງພູມອາກາດ ຄາດວ່າຈະມີລະດູແລ້ງມາໄວ ແລະ ຈະແກ່ຍາວກວ່າປົກກະຕິ