ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ

ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ - 395861382 713576797456820 8110642193139618635 n - ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ
ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ - kitchen vibe - ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ

 

ວັນທີ 26 ຕຸລາ 2023, ສໍາມະນາແກ້ໄຂສຽງເນືອງນັນ ທີ່ເກີດຈາກຮ້ານອາຫານ ແລະ ຮ້ານບັນເທີງ ໃນນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ.

ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ

ຈຸດປະສົງ ກໍເພື່ອປຶກສາຫາລືການກະກຽມຄວາມພ້ອມ ໃນການກໍານົດແຜນການແກ້ໄຂສຽງດັງເນືອງນັ້ນ ເຊິ່ງຈະມີຂັ້ນຕອນ ກົນໄກ ການປະສານງານຕົວຈິງ ແຜນວຽກ ແຜນຄົນ ແຜນງົບປະມານໃນການໃຊ້ຈ່າຍຕ່າງໆ ພ້ອມທັງຜ່ານຮ່າງແຈ້ງການແນະນຳ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບການປະຕິ ບັດລະບຽບ ໃຫ້ມີຄວາມເຂັ້ມງວດ ຕໍ່ເປົ້າໝາຍຮ້ານບັນເທີງ ຮ້ານອາຫານ ແລະ ຮ້ານກິນດື່ມ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ກຳນົດສະຖານທີ່ປະຕິບັດວຽກງານ ແລະ ແຜນນຳໃຊ້ພາຫານະໃນການເຄື່ອນ ໄຫວວຽກງານລົງຕິດຕາມກວດກາ ແລະ ແກ້ໄຂ.

ໂອກາດນີ້ ທ່ານນາງ ວິໄລວອນ ຈັນທະລາຕີ ກ່າວວ່າ:ໃນການລົງປະຕິບັດໜ້າທີ່ ໃນການແກ້ໄຂສຽງເນືອງນັນ ທີ່ເກີດຈາກຮ້ານອາຫານ ແລະ ຮ້ານບັນເທີງ ໄດ້ແບ່ງເປັນ 4 ຈຸ ຮັບຜິດຊອບ ໃນແຕ່ລະເມືອງ ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ 2 ຄັ້ງ/ເດືອນ ແລະ ກຳນົດເອົາເວລາ 22.00 ໂມງ ເປັນເວລາອອກເຄື່ອນໄຫວວຽກງານ ໂດຍສະເພາະໃຫ້ສຸມໃສ່ແກ້ໄຂຮ້ານອາຫານທີ່ສ້າງຜົນກະທົບຕໍ່ປະຊາຊົນຕົວຈິງ ເຊັ່ນ: ຮ້ານປີ້ງ ຮ້ານຈີ່ ຮ້ານອາຫານກາງແຈ້ງ ທີ່ນໍາໃຊ້ເຄື່ອງຂະຫຍາຍສຽງ ແລະ ເປີດໃຫ້ຮ້ອງເພງກາງແຈ້ງ ໃຫ້ປິດຮ້ານບໍ່ໃຫ້ກາຍ ເວລາ 23:00 ໂມງ ສ່ວນຮ້ານບັນເທີງ ແມ່ນໃຫ້ປິດຮ້ານບໍ່ໃຫ້ກາຍ ເວລາ 23:30 ໂມງ ກໍລະນີຕິດຕາມ ກວດກາ ພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ຢຸດເປີດເຄື່ອງສຽງ ຖ້າພົບເຫັນຍັງລະເມີດ ແມ່ນໃຫ້ຢຶດເຄື່ອງສຽງ ແລະ ຕ້ອງກະກຽມແບບຟອມບົດບັນທຶກ ໃບປັບໃໝ ເປັນເອກະພາບ ໃນການລົງປະຕິບັດ.

#ຂ່າວພາຍໃນລາວພັດທະນາ #ນະຄອນຫລວງວຽງຈັນ #ເຂັ້ມງວດແກ້ໄຂສຽງເນືອງນັນ

ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ - 4 - ນະຄອນຫລວງວຽງຈັນ ເຂັ້ມງວດແກ້ໄຂສຽງເນືອງນັນ ຖ້າພົບເຫັນຜູ້ລະເມີດ ຕ້ອງບັງຄັບໃຫ້ຢຸດເຊົາການບໍລິການກັບທີ່ ພ້ອມທັງຢຶດເຄື່ອງສຽງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!