ກຸ່ມເຍົາວະຊົນ ຢູ່ໃນ ສ.ອາເມລິກາ ກວມເອົາ 25,2% ຂອງນັກຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ທີ່ໃຊ້ຢາສູບໄຟຟ້າ
November 7, 2023 - 3:27 PM


ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ຂອງ ສ.ອາເມລິກາ ລາຍງານວ່າ: ຈຳນວນ ນັກຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມ ຕອນປາຍ ພາຍໃນປະເທດ ທີ່ໃຊ້ຜະລິດຕະພັນຢາສູບ ລວມມີ ປະມານ 2,8 ລ້ານຄົນ ໃນປີ 2023 , ໂດຍ ຢາສູບ ໄຟຟ້າ ຍັງສືບຕໍ່ຜະລິດຕະພັນຢາສູບທີ່ຖືກໃຊ້ຢ່າງແພ່ຫລາຍທີ່ສຸດ ໃນກຸ່ມເຍົາວະຊົນ ຢູ່ໃນ ສ.ອາເມລິກາ, ກວມອົາ ປະມານ 25,2% ຂອງນັກຮຽນ ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ໃນ ສ.ອາເມລິກາ ທີ່ໃຊ້ຢາສູບ ໄຟຟ້າໃນປັດຈຸບັນ, ໂດຍ ສູບຢາໄຟຟ້າ 89,4%, ເປັນແບບປຸງແຕ່ງລົດຊາດ, ໂດຍສູນປະກາດ ເຕືອນວ່າ ການໃຊ້ຜະລິດຕະພັນຢາສູບ ໃນຮູບແບບຕ່າງໆ ຂອງເຍົາວະຊົນນັ້ນ ບໍ່ມີ ຄວາມປອດໄພ. ເຈົ້າໜ້າທີ່ສູນ ລະບຸວ່າ: ການເຝົ້າຕິດຕາມທາງສາທາລະນະສຸກຢ່າງຕໍ່ເນື່ອງ ພ້ອມກັບການດໍາເນີນຍຸດທະສາດ ຄວບຄຸມຢາສູບແບບອ້າງອີງຫລັກຖານ ເຊັ່ນ: ການເຂົ້າ ຊ່ວຍເຫລືອເຍົາວະຊົນຢ່າງມີປະສິດ ທິພາບ.