ຮາມັດສະເໜີປ່ອຍຕົວປະກັນ 70 ຄົນ ແລກກັບອິດສະລາແອນຢຸດຍິງ 5 ວັນຢູ່ກາຊາ
ກຸ່ມຮາມັດຍື່ນຂໍ້ສະເໜີຄັ້ງໃໝ່ ວ່າພ້ອມມອບອິດສະລະພາບໃຫ້ຕົວປະກັນ 70 ຄົນ ຖ້າອິດສະລາແອນຍອມຢຸດຍິງຕໍ່ເນື່ອງ 5 ວັນ ຢູ່ເຂດກາຊາ.
ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 14 ພະຈິກ, ກອງພົນນ້ອຍອັລ-ກອສຊໍາ ເຊິ່ງເປັນກອງກໍາລັງຕິດອາວຸດຂອງກຸ່ມຮາມັດ ອອກຖະແຫລງການອ້າງຄວາມພ້ອມ ປ່ອຍຕົວປະກັນຈໍານວນ 70 ຄົນ ໂດຍຈະເນັ້ນຜູ້ຍິງ, ເດັກນ້ອຍ ແລະ ຜູ້ເຖົ້າກ່ອນ ຖ້າອິດສະລາແອນຍອມຮັບຂໍ້ສະເໜີຢຸດຍິງເປັນເວລາ 5 ວັນ ແລະ ການເປີດເສັ້ນທາງປອດໄພໃຫ້ພົນລະເຮືອນຢູ່ເຂດກາຊາ.
ທັງນີ້, ກອງພົນນ້ອຍອັລ-ກອສຊໍາ ຢືນຢັນວ່າ: ແຈ້ງເລື່ອງດັ່ງກ່າວຜ່ານກາຕາ ເຊິ່ງປະຕິບັດໜ້າທີ່ຄົນກາງແລ້ວ. ເຖິງຢ່າງໃດກໍຕາມ, ລັດຖະບານ ໂດຮາ ຍັງປະຕິເສດໃຫ້ຄວາມເຫັນຢ່າງເປັນທາງການ.
ເຖິງຢ່າງໃດກໍຕາມ, ເຄີຍມີລາຍງານອອກມາໃນອາທິດຜ່ານມາວ່າ: ກຸ່ມຮາມັດຍື່ນຂໍ້ສະເໜີປ່ອຍຕົວປະກັນສູງສຸດ 50 ຄົນ ແລກກັບອິດສະລາແອນຢຸດຍິງເປັນເວລາ 5 ວັນ ຢູ່ເຂດກາຊາ, ແຕ່ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ບໍ່ຍອມຮັບຂໍ້ສະເໜີ ແລະ ຢືນຢັນວ່າ: ກຸ່ມຮາມັດ ແລະ ແນວຮ່ວມ ຕ້ອງປ່ອຍຕົວປະກັນທຸກຄົນໂດຍບໍ່ມີເງື່ອນໄຂເທົ່ານັ້ນ.