ອຢ ໄທ ເຕືອນ ຜະລິດຕະພັນນົມ Nutri Diabet Gold ນຳເຂົ້າບໍ່ຖືກຕ້ອງ ແລະ ໂຄສະນາເກີນຄວາມຈິງ

ວັນທີ 17 ຕຸລາ 2023 ຜ່ານມາ ເວັບໄຊ ອຢ ໄທ ອອກປະກາດເຕືອນວ່າ: ຜະລິດຕະພັນສະຫລາກ Nutri Diabet Gold ບໍ່ແມ່ນຜະລິດຕະພັນທີ່ໄດ້ຮັບອະນຸຍາດຈາກ ອຢ ໄທ ໂດຍມີຂໍ້ຄວາມໂຄສະນາສັບພະຄຸນດີເບົາຫວານ, ລົດນໍ້າຕານໃນເລືອດ, ດີອາການມຶນຊາ ແລະ ຕາມົວ, ບຳລຸງຫົວໃຈ ແລະ ລົດຄວາມສ່ຽງຫລອດເລືອດ ເຊິ່ງເປັນການໂຄສະນາປະໂຫຍດ ແລະ ສັບພະຄຸນຂອງອາຫານເກີນຄວາມຈິງ ຫລື ບໍ່ມີຄວາມຈິງ ນັບວ່າເປັນການຫລອກລວງເພື່ອໃຫ້ເກີດຄວາມເຊື່ອ ໂດຍບໍ່ສົມຄວນ ເຊິ່ງ ອຢ ໄທ ຈະດຳເນີນການທາງກົດໝາຍ ຕໍຜູ້ກະທຳຜິດ.
ນອກນີ້ ໃນວັນທີ 16 ພະຈິກ 2023 ຜ່ານມາ ເຈົ້າໜ້າທີ່ຕຳຫລວດຮ່ວມກັບຕົວແທນສຳນັກງານຄະນະກຳມະການອາຫານ ແລະ ຢາ ຂອງໄທ ໄດ້ກວາດລ້າງກຸ່ມນຳເຂົ້າຜະລິດຕະພັນນົມບໍ່ຖືກຕ້ອງ ຈຳນວນ 11 ຊະນິດຄື OVISURE GOLD, Digo sure, Zextra Sure, Via Sure, Canxi Hevisure gold, GluOats, Gluzextra Gold, HIUP COMPLETE, Sica sure canxi wemee, Pro up, Hevifood Body fit.