ຜູ້ທີ່ເຮັດວຽກຈັດຕັ້ງພັກ-ພະນັກງານ ຕ້ອງກຳໄດ້ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ
November 20, 2023 - 1:24 PM

ໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໃນວັນທີ 15-16 ພະຈິກ 2023, ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນຳແຂວງ, ເມືອງ ກໍຄື ຄະນະພັກແຕ່ລະຂັ້ນພາຍໃນແຂວງວຽງຈັນ ໂດຍສະຫາຍທີ່ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກ ງານຕ້ອງກຳໄດ້ນິຕິກຳວຽກພັກ-ພະນັກງານ ແລະ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ, ສິ່ງສຳຄັນພະນັກງານຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສທັນເຫດການ, ປະຕິບັດຕາມຫລັກການ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ.
ພ້ອມນີ້, ຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ມີຄວາມເປັນເອກະພາບຮັກສາໄດ້ຄວາມສາມັກຄີພາຍໃນພັກ ມີການຕິຊົມກໍ່ສ້າງກັນ ບົນພື້ນຖານເພື່ອນສະຫາຍທີ່ຮັກແພງ, ເຮັດວຽກງານຢ່າງມີແບບແຜນ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ປະຕິບັດຕາມຫລັກການ ລວມສູນປະຊາທິປະໄຕ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ ແລະ ເປັນເຈົ້າການຝຶກຝົນຫລໍ່ຫລອມ ຕົນເອງຢູ່ສະເໝີ; ສາມາດເປັນເສນາທິການທາງດ້ານວຽກງານຈັດຕັ້ງ ໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບ ຈຶ່ງຈະຮັກສາໄດ້ບົດບາດການນຳພາຂອງພັກ ແລະ ສາມາດເຮັດຫລ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ທ່ານ ຄໍາພັນ ສິທິດຳພາ ເຈົ້າແຂວງວຽງຈັນ ໄດ້ລາຍງານສະພາບການລວມ ຂອງການຈັດຕັ້ງປະຕິບັດໜ້າທີ່ການເມືອງໄລ ຍະຜ່ານມາ ເຊິ່ງສະແດງໃຫ້ເຫັນເຖິງຜົນສໍາເລັດຫລາຍດ້ານ ໂດຍເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ, ພ້ອມທັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກພັກ-ພະນັກງານ ເຊິ່ງມີທັງດ້ານດີ-ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເປັນຕົ້ນ ວຽກງານຂະຫຍາຍພັກ, ການຄຸ້ມຄອງສະມາຊິກພັກ-ພະນັກງານ, ການສ້າງແຜນກໍານົດພະນັກງານ ແລະບັນຫາອື່ນໆ; ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ສາມາດແກ້ໄຂບັນຫາຫຍໍ້ທໍ້ ແລະ ປະກົດການທີ່ບໍ່ດີຕ່າງໆ ເຮັດໃຫ້ສັງຄົມມີຄວາມສະຫງົບ ພະນັກງານ, ທະຫານ-ຕຳຫລວດ ແລະ ພໍ່ແມ່ປະຊາຊົນທົ່ວແຂວງວຽງຈັນ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັນຕໍ່ການນຳພາຂອງພັກ-ລັດ ໄດ້ເປັນຢ່າງດີ; ພ້ອມກັນນີ້, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນດ້ວຍການເຈາະຈີ້ມຖາມ-ຕອບ ເຮັດໃຫ້ການພົບປະຄັ້ງນີ້ ເຕັມໄປດ້ວຍເນື້ອໃນເຫັນໄດ້ວິທີການ ເພື່ອແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ເສີມຂະຫຍາຍບົດຮຽນດ້ານດີທີ່ຕັ້ງໜ້າ.
No comments yet! You be the first to comment.