ກະຊວງ ປກສ ເຊື່ອມຊຶມຜົນສໍາເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ປກສ
November 24, 2023 - 11:15 AM

ວັນທີ 24 ພະຈິກ 2023 ກະຊວງ ປກສ ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ຄໍາສັ່ງແນະນໍາຂອງຄະນະພັກກະຊວງ ປກສ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ໂດຍການເປັນປະທານຂອງ ທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກກົມໃຫຍ່, ຫ້ອງວ່າການ, ກົມກອງ, ວິທະຍາຄານ ອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.
ບັນດາເອກະສານທີ່ນໍາມາ ເຊື່ອມຊຶມ ແລະ ຜັນຂະຫຍາຍ ໃນຄັ້ງນີ້ປະກອບມີ:
– ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI;
– ເນື້ອໃນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V;
ບົດຄໍາເຫັນໂອ້ລົມຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ;
– ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023;
– ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023;
– ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 254/ຄອສພ, ລົງວັນທີ 6 ພະຈິກ 2023;
– ຄໍາສັ່ງແນະນໍາ ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 5/ຄພປກສ, ລົງວັນທີ 4 ຕຸລາ 2023;
– ຄໍາແນະນໍາຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 4788/ກມປສ, ລົງວັນທີ 6 ຕຸລາ 2023; ນອກນີ້, ໄດ້ເຊື່ອມຊຶມກ່ຽວກັບວັນການທູດລາວ ຄົບຮອບ 78 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.
ທ່ານ ພົທ ກົງທອງ ພົງວິຈິດ ກ່າວວ່າ: ກອງປະຊຸມເຊື່ອມຊຶມຄັ້ງນີ້ ມີຄວາມໝາຍສຳຄັນຍິິ່ງຕໍ່ກັບຊີວິດການເມືອງຂອງກຳລັງ ປກສ ທັງແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ເພື່ອໃຫ້ບັນດາສະຫາຍນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງ ໃຫ້ເກີດດອກອອກຜົນເປັນຮູບປະທຳຢ່າງແທ້ຈິງ ແລະ ເປັນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ບັນດາເຫດການການເມືອງ ທີ່ຈະເກີດຂຶ້ນໃນໄລຍະໃກ້ຈະມາເຖິງ ເປັນຕົ້ນການຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນໃນປີ 2024 ເວົ້າລວມ ເວົ້າສະເພາະເພື່ອສືບຕໍ່ປັບປຸງພັກ, ປັບປຸງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ ກຽມພ້ອມຮັບໃຊ້ເຫດການສຳຄັນດັ່ງກ່າວ ໃຫ້ມີຜົນສຳເລັດ.
