ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ

ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ - 405521 - ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ
ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ - kitchen vibe - ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ
ເວລາ 16:30 ໂມງຂອງວັນທີ 25 ພະຈິກ 2023, ໄດ້ມີພິທີສູດປະລິຕະມຸງຄຸນ ຫລື ເປີດປະຕູພະທາດຫລວງວຽງຈັນ ໃນງານບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາປີ 2023, ໂດຍມີພະເຖລານຸເທລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະການນຳ ແລະ ຄະນະຮັບຜິດຊອບຈັດງານບຸນ ເຂົ້າຮ່ວມ.
ພິທີສູດປະລິຕະມຸງຄຸນ ເປັນການສືບສານປະເພນີທີ່ເຄີຍປະຕິບັດມາແຕ່ບັນພະບູລຸດການປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທໍາໃຫ້ມີຄວາມຍືນຍົງ. ພາຍຫລັງເປີດປະຕູທາດແລ້ວ, ໃນວັນທີ 26 ມີພິທີແຫ່ຜາສາດເຜິ້ງ ໃນພາກບ່າຍ ເລີ່ມແຕ່ເວລາ 13:00 ໂມງເປັນຕົ້ນໄປ ແລະ ໃນມື້ສຸດທ້າຍຂອງງານ ວັນທີ 27 ມີພິທີໃສ່ບາດ ໃນຕອນເຊົ້າ ແລະ ຕອນບ່າຍມີພິທີແຫ່ລູກຄີ, ແຂ່ງຂັນກີລາພື້ນບ້ານ (ຕີຄີ), ຕອນຄ່ຳ ມີພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟ ສັກກະລະບູຊາ ພະທາດຫລວງ ຖືວ່າສິ້ນສຸດງານຢ່າງເປັນທາງການ.
ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ - 5 - ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ
ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ - 4 - ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ
ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ - 3 - ສູດປະລິຕະມຸງຄຸນ ບຸນນະມັດສະການພະທາດຫລວງວຽງຈັນ