ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ

ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ -                                      - ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ
ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ - kitchen vibe - ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ

ຕະຫລອດໄລຍະຜ່ານມາ ຫລາຍທ່ານອາດຈະເຄີຍພົບບັນຫາຖືກສິນເຊື່ອໂທໃຫ້ຂໍ້ມູນກ່ຽວກັບການປ່ອຍເງິນກູ້ ບາງຄົນພົບຫລາຍໆຄັ້ງຕໍ່ວັນ.

ປະຊາຊົນຈຳນວນຫລາຍຍັງສົນໃຈວ່າການໂທດັ່ງກ່າວທີ່ມາຈາກຫລາຍບໍລິສັດບໍ່ເລືອກຍາມນັ້ນເໝາະສົມແລ້ວ ຫລື ບໍ່? ການໂທຖາມປະຊາຊົນ ເພື່ອສະເໜີເລື່ອງສິນເຊື່ອອາດສາມາດເຮັດໃຫ້ເຂົ້າເຖິງຂໍ້ມູນໄດ້ໂດຍກົງການເຂົ້າເຖິງສິນເຊື່ອນັ້ນ ກໍອາດເວົ້າໄດ້ວ່າ ເປັນນະໂຍບາຍການພັດທະນາໜຶ່ງຂອງລັດຖະບານທີ່ຈະຮັບປະກັນວ່າ ປະຊາຊົນສາມາດມີຊ່ອງທາງຫຼາຍຂຶ້ນ ໃນການເຂົ້າເຖິງແຫຼ່ງທຶນຕ່າງໆ ແລະ ໝູນໃຊ້ຫຼັກຊັບເປັນທຶນໃນຍາມຈຳເປັນເພື່ອແກ້ໄຂສະພາບຄ່ອງທາງການເງິນຂອງແຕ່ລະຄົນ.

ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ - Visit Laos Visit SALANA BOUTIQUE HOTEL - ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ

ຜ່ານມາ ພວກເຮົາກໍຮູ້ດີວ່າ ການເຂົ້າເຖິງສິນເຊື່ອຂອງຫຼາຍຄົນແມ່ນມີຄວາມຍຸ້ງຍາກ ເພາະຂາດຂໍ້ມູນ-ຂ່າວສານ ເພາະສະນັ້ນ, ການສະໜອງຂໍ້ມູນທາງດ້ານສິນເຊື່ອແມ່ນມີຄວາມສຳຄັນ ຕໍ່ຜູ້ທີ່ມີຄວາມຕ້ອງການເຖິງບັນດາເງື່ອນໄຂຕ່າງໆທີ່ຈະຊ່ວຍໃຫ້ການເຂົ້າເຖິງສິນເຊື່ອໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວຍິ່ງຂຶ້ນ.

ແຕ່ແນວໃດກໍຕາມ, ມາຮອດປັດຈຸບັນ ການໂທຖາມສິນເຊື່ອນັ້ນແມ່ນໂທເຂົ້າມາເບີສ່ວນຕົວຂອງປະຊາຊົນທີ່ບໍ່ເລືອກຍາມ, ໂທມາຫຼາຍບາງມື້ ສອງສາມສາຍກໍມີ.

ເມື່ອເປັນດັ່ງນັ້ນປະຊາຊົນຈຳນວນຫຼາຍກໍຮູ້ວ່າ ການໂຄສະນາ ການເຂົ້າເຖິງ ສິນເຊື່ອນັ້ນແມ່ນເປັນເລື່ອງດີແຕ່ຄຳຖາມທຳອິດທີ່ຫຼາຍຄົນຢາກຮູ້ກໍຄືບັນດາບໍລິສັດດັ່ງກ່າວນັ້ນ ຮູ້ຈັກເບີໂທຂອງປະຊາຊົນໄດ້ແນວໃດ ທັ້ງທີບໍ່ເຄີຍແຈກຢາຍໃຫ້ບໍລິສັດ ສິນເຊື່ອມາກ່ອນ ເຊິ່ງກໍຮູ້ສຶກວ່າເອົາເບີໂທໄປ ໂດຍບໍ່ໄດ້ຮັບ ການອະນຸຍາດຈາກ ເຈົ້າຂອງ ທີ່ຫຼາຍຄົນຄິດວ່າ ລ່ວງລໍ້າ ຂໍ້ມູນສ່ວນຕົວເກີນໄປແລ້ວ.

ແລະ ອີກບັນຫາໜຶ່ງ ບາງຄົນກໍກຳລັງປະຊຸມ, ບາງຄົນກໍກຳລັງຫຍຸ້ງວຽກຫ້ອງການ, ບາງຄົນກໍກຳລັງ ເຮັດວຽກໄຮ່ການນາແຕ່ຟ້າວມາຮັບສາຍ ເຫັນເບີຕັ້ງໂຕະໂທເຂົ້າຄິດວ່າແມ່ນວຽກທາງການທີ່ສຳຄັນກະດໍ້ເລີຍຟ້າວວາງວຽກອື່ນມາຮັບສາຍ ແຕ່ແລ້ວກໍພັດວ່າ “ສະບາຍດີອ້າຍສົນໃຈສິນເຊື່ອບໍ່?” ຫຼາຍຄົນຈົນປາກບໍ່ອອກຍ້ອນຄວາມຢາກຮ້າຍຄິດວ່າວຽກສຳຄັນ ເອົາແທ້ໆ.

ນອກນັ້ນ ການໂທຍັງບໍ່ເລືອກຍາມ ວັນເສົາ-ອາທິດ, ເມື່ອທ້າຍອາທິດທີ່ຜ່ານມາຜູ້ຂຽນກໍໄດ້ຮັບສອງສາຍໂທເຂົ້າ, ສາຍໜຶ່ງຈາກຕ່າງແຂວງ ແລະ ອີກສາຍໜຶ່ງພາຍໃນນະຄອນຫຼວງ. ໃນຂະນະກຳລັງເຮັດວຽກເຮືອນຢູ່ນັ້ນ ເຫັນເບີຕັ້ງໂຕະໂທເຂົ້າຜູ້ຂຽນຄິດວ່າ ມີວຽກດ່ວນທາງການຫຍັງນໍ, ບາດແລ້ວພັດວ່າ ຖາມເລື່ອງສິນເຊື່ອເລີຍຄິດໃນໃຈວ່າ ໂອ່ຈັ່ງແມ່ນເພິ່ນໝັ່ນນໍເຮັດວຽກຮອດເສົາ-ອາທິດ.

ເພາະສະນັ້ນ, ການເຂົ້າເຖິງສິນເຊື່ອອາດສຳຄັນ ແລະ ມີຫຼາຍຊ່ອງທາງ ແຕ່ ຜູ້ຂຽນ ກໍເຫັນດີນຳ ຫຼາຍທ່ານທີ່ໄດ້ຈົ່ມເລື່ອງນີ້ ຜ່ານທາງສື່ສັງຄົມນັ້ນວ່າ ການໂທເຂົ້າເບີສ່ວນຕົວ ທີ່ບໍ່ເລືອກຍາມນັ້ນ ອາດບໍ່ແມ່ນທາງເລືອກທີ່ດີໃນການໂຄສະນາ ຫຼື ລົບກວນພໍ່ແມ່ປະຊາຊົນ ໂດຍສະເພາະ ຍາມຫຍຸ້ງຍາກ ຂັດສົນ ຊ່ວງການລະບາດຂອງພະຍາດ ໂຄວິດ 19 ຄືແນວນີ້ ທີ່ຊີວິດ ປະຊາຊົນກຳລັງ ລຳບາກ ທັງກາຍ ແລະ ໃຈນັ້ນ ອາດເຮັດໃຫ້ ເກີດຄວາມຢາກຮ້າຍເພີ່ມຕື່ມແທນທີ່ຈະດີໃຈ.

ການໂຄສະນາ ເຂົ້າເຖິງ ສິນເຊື່ອຜ່ານທາງສື່ ທີ່ເປັນທາງການ ບໍ່ວ່າຈະເປັນໜັງສືພີມ, ວິທະຍຸ, ໂທລະພາບ ແລະ ສື່ສັງຄົມທາງອອນລາຍ (online) ນັ້ນຜູ້ຂຽນກໍຄິດວ່າ ພຽງພໍ ທີ່ຈະເຮັດໃຫ້ ປະຊາຊົນ ສາມາດເຂົ້າເຖິງຂໍ້ມູນ-ຂ່າວສານ ໂດຍສະເພາະ ການນຳໃຊ້ ສື່ສັງຄົນອອນລາຍນັ້ນ ແມ່ນມີຄວາມກວ້າງຂວາງ ແລະ ວ່ອງໄວທີ່ສຸດ ໃນປັດຈຸບັນ ທີ່ປະຊາຊົນ ສາມາດເລືອກເບິ່ງຍາມໃດກໍໄດ້ ແທນທີ່ຈະໂທໄປລົບກວນເພິ່ນໃນເວລາທີ່ບໍ່ຄວນ.

ມັນເປັນສິ່ງສໍາຄັນທີ່ຈະສັງເກດວ່າການປ່ອຍສິນເຊື່ອທຸລະກິດຂະຫນາດນ້ອຍມີບົດບາດສໍາຄັນໃນການພັດທະນາເສດຖະກິດແລະໂອກາດເທົ່າທຽມກັນ. ຕົວຢ່າງທີ່ດີຂອງໂຄງການນີ້ແມ່ນຍີ່ຫໍ້ຊຸດແຕ່ງງານ Catarina Kordas, ເຊິ່ງໃຊ້ເຄື່ອງມືທາງດ້ານການເງິນຢ່າງຈິງຈັງເພື່ອຂະຫຍາຍທຸລະກິດແລະນະວັດຕະກໍາ. ໂອກາດທີ່ຈະໄດ້ຮັບເງິນກູ້ຢືມອະນຸຍາດໃຫ້ບໍລິສັດນີ້ບໍ່ພຽງແຕ່ສ້າງຄວາມເຂັ້ມແຂງການຜະລິດ, ແຕ່ຍັງຂະຫຍາຍຕະຫຼາດການຂາຍ, ສະເຫນີຜະລິດຕະພັນໃຫ້ແກ່ຜູ້ບໍລິໂພກຢ່າງກວ້າງຂວາງ. ສິ່ງ​ດັ່ງກ່າວ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ໃຫ້​ເງິນ​ກູ້​ທີ່​ເໝາະ​ສົມ, ​ເຊິ່ງສາມາດ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ພັດທະນາ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ, ​ເຊິ່ງ​ເປັນ​ສິ່ງ​ຈຳ​ເປັນ​ເພື່ອ​ຮັກສາ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ການ​ແຂ່ງຂັນ.

ເວັບໄຊທ໌ທາງການ: https://catarinakordas.com.ua/

ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ - 3 - ໂຄສະນາເລື່ອງສິນເຊື່ອ ຢ່າໃຫ້ເຫລືອຄວາມພໍດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!