ບຸນອອກພັນສາຈະມາຮອດແລ້ວ

- 22117885 1339786139476607 1463896098 o - ບຸນອອກພັນສາຈະມາຮອດແລ້ວ
- kitchen vibe - ບຸນອອກພັນສາຈະມາຮອດແລ້ວ

ບຸນອອກພັນສາ ແມ່ນບຸນ ປະເພນີ ເຊິ່ງແຕ່ລະປີໄດ້ ຈັດຂຶ້ນ ໃນມື້ 15 ຄໍ່າເດືອນ 11 ລາວ ແລະ ປີນີ້ ແມ່ນກົງກັບວັນທີ 5 ເດືອນ ຕຸລາ) ບຸນອອກພັນສາ ນັ້ນຖືໄດ້ວ່າເປັນການສະເຫຼີມ ສະຫຼອງຄົບຮອບສາມເດືອນໃນ ການຈຳພັນຂອງພະສົງ ຄືນັບຕັ້ງ ແຕ່ມື້ ແຮມ 1 ຄໍ່າເດືອນ 8 ລາວ ເປັນຕົ້ນ ໃນທາງພຸດທະສາສະ ໜາເອີ້ນວ່າ ຄົບໄຕມາດຄື: ມື້ 15 ຄ່າເພັງເປັນມື້ຈັດ ພິທີກຳ, ສະ ໜອງສັດທາໃຫ້ອອກຕົນຍາດ ໂຍມ ພຸດທະສາສະນິກະຊົນຈະ ໄດ້ພາກັນມາເຕົ້າໂຮມຢູ່ວັດວາ ອາຮາມບ່ອນທີ່ມີພະສົງຈຳ ພັນສາເພື່ອຕັກບາດ, ຖວາຍສັງ ຄະທານ ແລະ ຖວາຍຜ້າຈຳນຳ ພັນສາ. ການຖວາຍວັດຖຸທານ ໃນມື້ບຸນອອກພັນສານີ້ ຊາວພຸດ ລາວ ເຮົາເຊື່ອວ່າຈະໄດ້ຮັບອາ ນິສົງຫຼາຍກວ່າການເຮັດບຸນໃນ ວາລະອື່ນໆເພາະວ່າ ພະສົງທີ່ ໄດ້ບຳເພັນຕົນມາຕະຫຼອດສາມ ເດືອນໂດຍບໍ່ໄດ້ອອກໄປບ່ອນອື່ນ ເໝືອນດັ່ງທີ່ພຣະສົງໄດ້ທ້ອນ ເອົາບຸນປາລະມີໄວ້ແຈກຈ່າຍແກ່ສາທຸຊົນທັງຫຼາຍ.

 

- Visit Laos Visit SALANA BOUTIQUE HOTEL - ບຸນອອກພັນສາຈະມາຮອດແລ້ວ

- 22091424 1339225539532667 1964737520 n 300x208 - ບຸນອອກພັນສາຈະມາຮອດແລ້ວ

 

+ ປີທ່ອງທ່ຽວລາວ 2018 ຈະເປີດຂຶ້ນພ້ອມບຸນນະມັດສະການພະທາດຫລວງ

+ ບຸນອອກພັນສາ ແລະ ຊ່ວງເຮືອປະເພນີ

+ ເຮັດເຂົ້າຕົ້ມຂາຍກໍມີລາຍໄດ້ດີ

ບຸນອອກພັນສາທີ່ຄົນລາວຊາວພຸດເຮົາປະຕິບັດກັນມາແຕ່ ສະໄໝຄັ້ງພຸດທະການ ພາຍຫຼັງ ທີ່ພະພຸດທະອົງໄດ້ຕັ້ງວິໄນໃຫ້ ພຣະສົງຢູ່ຈຳພັນສາເປັນຕົ້ນມາ. ການອອກພັນສາກໍຄືການອອກຈາກການອະທິຖານຈຳພັນສາ ເມື່ອຄົບຮອບສາມເດືອນຄື ເປັນໄລຍະທີ່ພົ້ນຈາກລະດູຝົນ, ເໝາະສົມແກ່ການອອກໄປເຜີຍແຜ່ທຳມະສູ່ຍາດໂຍມ ທັງຫຼາຍ ມີຄວາມສຳຄັນຕໍ່ກັບພະສົງ ແລະ ຍາດໂຍມທີ່ຈະໄດ້ສ້າງບຸນ ສ້າງກຸສົນຮ່ວມກັນຄືພະສົງ ຈະໄດ້ເອົາທຳມະໄປຮອດໄປ ເຖິງອອກຕົນຍາດໂຍມທີ່ຢູ່ເຂດ ຫ່າງໄກສອກຫຼີກກໍຈະໄດ້ທຳບຸນ ໃຫ້ທານໂດຍບໍ່ຈຳເປັນຕ້ອງ ຊອກສະແຫວງຫາບ່ອນທີ່ໄກ ຈາກຖິ່ນລຳເນົາເຮົາເອງ.ແລະ ຄວາມສຳຄັນຂອງການອອກ ພັນສາອີກຢ່າງໜຶ່ງກໍຄືການ ປະວໍລະນາເຊິ່ງໝາຍເຖິງ ການ ທີ່ພະພິກຂຸສົງຢູ່ພາຍໃນວັດກ່າວ ອະທິຖານອອກຈາກການຈຳ ພັນສາ, ພະພິກຂະສົງ ພາຍ ໃນວັດສາມາດບອກເລົ່າກ່າວ ເຕືອນເຊິ່ງກັນ ແລະ ກັນເພື່ອໃຫ້ ມີສະຕິໃນການຮັກສາວິໄນ, ປະຕິບັດທຳໄວ້ເປັນຢ່າງດີ ເຊິ່ງ ບໍ່ໄດ້ໝາຍເຖິງການອອກພັນ ສາລາພະເຈົ້າຄືຄວາມເຂົ້າໃຈ ຂອງປະຊາຊົນທົ່ວໄປ.

 

- 5304624 - ບຸນອອກພັນສາຈະມາຮອດແລ້ວ

ບຸນອອກພັນສາຖືໄດ້ວ່າ ເປັນປະເພນີອັນດີງາມ ທີ່ຈະເປັນ ແບບຢ່າງໃຫ້ກັບລູກຫຼານຜູ້ເກີດໃໝ່ໃຫຍ່ລຸນຮູ້ຈັກການເຮັດບຸນ, ທຳທານເພື່ອສະລະກິເລດຂອງຕົນເອງ, ເປັນປະເພນີທີ່ຈະສ້າງ ໃຫ້ເຍົາວະຊົນຮູ້ຈັກຮີດຄອງ, ເຂົ້າຫາທຳມະເພື່ອນຳເອົາໄປ ເປັນຄະຕິເຕືອນໃຈໃຫ້ແກ່ການ ດຳລົງຊີວິດ ດັ່ງນັ້ນ ຜູ້ເປັນພໍ່ແມ່, ເອື້ອຍອ້າຍຜູ້ທີ່ຮູ້ຈັກຈົ່ງບອກ ເຕືອນໃຫ້ລູກຫຼານຜູ້ເກີດໃໝ່ ໃຫຍ່ລຸນໄດ້ຮັບຮູ້ເຮັດຕາມແລ້ວຈະເປັນການສ້າງບຸນສ້າງກຸສົນທີ່ດີເລີດ.

 

- 16426383 163920437431861 2072752654 n 300x169 - ບຸນອອກພັນສາຈະມາຮອດແລ້ວ

- 35476 - ບຸນອອກພັນສາຈະມາຮອດແລ້ວ

- sdjifjid 300x225 - ບຸນອອກພັນສາຈະມາຮອດແລ້ວ

- 22117885 1339786139476607 1463896098 o 1024x768 - ບຸນອອກພັນສາຈະມາຮອດແລ້ວ

ໂດຍ: ຄຳພຸດ ເທບພະນົມ

- 3 - ບຸນອອກພັນສາຈະມາຮອດແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!