ຮາມັດປ່ອຍຕົວປະກັນອິດສະລາແອນອີກ 11 ຄົນ ແລກກັບ 33 ນັກໂທດປາແລັສຕິນ ຂະຫຍາຍເວລາຢຸດຍິງຕໍ່ອີກ 2 ວັນ


ຄໍ່າວັນທີ 27 ພະຈິກ, ກຸ່ມຮາມັດໄດ້ປ່ອຍຕົວປະກັນຊາວອິດສະລາແອນອອກມາຈາກເຂດກາຊາອີກ 11 ຄົນ ໂດຍເປັນຕົວປະກັນຊຸດທີ 4 ທີ່ໄດ້ຮັບການປ່ອຍຕົວ ແລະ ຖືກສົ່ງຂ້າມຊາຍແດນກັບເຖິງອິດສະລາແອນແລ້ວ. ຂະນະທີ່ທາງການອິດສະລາແອນໄດ້ປ່ອຍຕົວນັກໂທດປາແລັສຕິນ 33 ຄົນເປັນການແລກປ່ຽນ ເຊິ່ງລວມທັງເດັກນ້ອຍ 30 ຄົນ ແລະ ຜູ້ຍິງ 3 ຄົນ.
ຮອດຕອນນີ້ພົບວ່າກຸ່ມຮາມັດໄດ້ປ່ອຍຕົວປະກັນຊາວອິດສະລາແອນອອກມາແລ້ວທັງໝົດ 50 ກວ່າຄົນ. ຂະນະທີ່ອິດສະລາແອນປ່ອຍນັກໂທດປາແລັສຕິນອອກມາທັງໝົດ 150 ຄົນ ເຊິ່ງເປັນໄປຕາມຂໍ້ຕົກລົງແລກປ່ຽນຕົວປະກັນອິດສະລາແອນ 1 ຄົນຕໍ່ນັກໂທດປາແລັສຕິນ 3 ຄົນ.
ການປ່ອຍຕົວປະກັນຫລ້າສຸດຂອງຮາມັດມີຂຶ້ນກ່ອນຂໍ້ຕົກລົງຢຸດຍິງຊົ່ວຄາວໄລຍະເວລາ 4 ວັນຈະສິ້ນສຸດລົງ ໂດຍລັດຖະບານກາຕາໃນຖານະຄົນກາງເຈລະຈາເປີດເຜີຍວ່າ: ຮາມັດ ແລະ ອິດສະລາແອນຕົກລົງຈະຂະຫຍາຍການຢຸດຍິງອອກໄປອີກ 2 ວັນ.
ຂະນະທີ່ທ່ານ ຈອນ ເຄີບີ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ຂອງອາເມລິກາ ເປີດເຜີຍວ່າ: ກຸ່ມຮາມັດຢືນຢັນວ່າຈະປ່ອຍຕົວປະກັນຜູ້ຍິງ ແລະ ເດັກນ້ອຍອີກ 20 ຄົນໃນໄລຍະ 2 ວັນຕໍ່ໜ້າ.
ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ກ່າວວ່າ: ການຢຸດຍິງລະຫວ່າງອິດສະລາແອນ ແລະ ຮາມັດເຮັດໃຫ້ການສົ່ງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າໄປເຂດກາຊາເພີ່ມຂຶ້ນຫລາຍ.
ຂະນະທີ່ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ (UN) ສະແດງຄວາມຍິນດີຕໍ່ການຂະຫຍາຍໄລຍະເວລາຢຸດຍິງ ໂດຍຊີ້ວ່າເປັນ “ຄວາມຫວັງຂອງມະນຸດ”, ແຕ່ເຕືອນວ່າໄລຍະເວລາຢຸດຍິງທີ່ຂະຫຍາຍເພີ່ມອີກ 2 ວັນນັ້ນບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການການຊ່ວຍເຫລືອຢູ່ກາຊາ.
ເຊິ່ງຫລ້າສຸດຫລາຍອົງກອນຊ່ວຍເຫລືອຍັງທະຍອຍສົ່ງລົດບັນທຸກສິ່ງຂອງຊ່ວຍເຫລືອທີ່ຈໍາເປັນ ທັງສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ຢາ ເຂົ້າໄປໃນກາຊາຢ່າງຕໍ່ເນື່ອງ.
ອ້າງອີງ: