ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ - 405453311 846856564116828 1098722270238564249 n - ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ - kitchen vibe - ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ວັນທີ 29 ພະຈິກ 2023 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການສ້າງຄວາມສົມດູນດ້ານເສດຖະກິດ ໂດຍອີງໃສ່ທ່າແຮງຂອງປະເທດ” ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ, ອາດີດຮອງນາຍົກລັດຖະມົນຕີ, ອາດີດລັດ ຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະຊ່ຽວຊານລາວ ຕາມຂໍ້ຕົກລົງເລກທີ 132/ນຍ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າກຳມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານໃນຄະນະ ຕາມຂໍ້ຕົກລົງ 132/ນຍ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈະດຳເນີນໃນວັນທີ 29-30 ພະຈິກ 2023 ໂດຍມີຈຸດປະສົງ ເພື່ອນຳສະເໜີຂໍ້ມູນ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາຫົວຂໍ້ຍ່ອຍ ທີ່ໄດ້ນຳມາສຳມະນາ ຄື: ການດູນດ່ຽງມະຫາພາກ ດ້ານແຫຼ່ງທຶນ ແລະ ແຮງງານ ເພື່ອການພັດທະນາ; ທ່າແຮງດ້ານການເງິນ; ນະໂຍບາຍເງິນຕາ ຕໍ່ການຄວບຄຸມປະລິມານເງິນ M2 ແລະ ການແກ້ໄຂບັນຫາເງິນເຟີ້; ການປັບປຸງອັດຕາອາກອນມູນຄ່າເພີ່ມ ໂດຍຕິດພັນກັບການເກັບລາຍຮັບຕ່າງໆ, ເຊິ່ງທັງໝົດນັ້ນ ເພື່ອເປັນຂໍ້ມູນ ຕໍ່ການຄົ້ນຄວ້າກຳນົດມາດຕະການ ໃນແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ທັງໄລຍະສັ້ນ ແລະ ໄລຍະຍາວ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ສົມດີ ດວງດີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ ໂດຍສະເພາະ ຄວາມໝາຍຄວາມສຳຄັນ ຂອງບັນດາຫົວຂໍ້ ທີ່ນຳມາສະເໜີ; ໄດ້ຍົກໃຫ້ເຫັນຄວາມພະຍາຍາມ ຂອງສູນກາງພັກ ແລະ ລັດຖະບານ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ດ້ວຍຫຼາຍດ້ານ, ຫຼາຍວິທີ, ຫຼາຍມາດຕະການ ໂດຍໄດ້ສົມທົບກັບບັນດາຊ່ຽວຊານ ຈາກອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຄົ້ນຄວ້າຫາສາເຫດແທ້ຈິງຂອງບັນຫາ ແລະ ຊອກຫາວິທີແກ້ໄຂ ເປັນແຕ່ລະຂົງເຂດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ດໍາເນີນການສໍາມະນາວິທະຍາສາດ ໃນຄັ້ງນີ້ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ, ພ້ອມກັນປະກອບຄຳເຫັນຢ່າງມີຈຸດສຸມ, ນຳສະເໜີວິທີແກ້ໄຂທີ່ເໝາະສົມ, ສອດຄ່ອງກັບສະພາບຕົວຈິງ ຢ່າງກົງໄປກົງມາ, ບໍ່ແກ່ຍາວເວລາ, ລົງເລິກປະກອບຄຳເຫັນຕໍ່ການແກ້ໄຂບັນຫາທີ່ກຳລັງປະເຊີນ ໃນປັດຈຸບັນ ແລະ ສິ່ງທ້າທາຍ ທີ່ຈະເກີດຂຶ້ນໃນຕໍ່ໜ້າ. ພາຍຫຼັງສຳເລັດການສຳມະນາຄັ້ງນີ້ ຈະໄດ້ນຳເອົາບົດຮຽນໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີການຫັນປ່ຽນ ແລະ ເກີດໝາກຜົນຕົວຈິງ.
อาจเป็นรูปภาพของ 12 คน, การจัดแสง, แท่นบรรยาย และ ข้อความ ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ - 405280750 846856680783483 8467030672851697118 n - ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ຂ່າວ;ພາບ: ກົມປະຊາສຳພັນ ຫສນຍ
ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ - 4 - ປະຊຸມສຳມະນາວິທະຍາສາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!