ມອບ-ຮັບ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດຜູ້ເກົ່າ ແລະ ຜູ້ໃໝ່
November 30, 2023 - 3:33 PM


ວັນທີ 29 ພະຈິກ 2023, ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ (ຜູ້ເກົ່າ) ແລະ ທ່ານ ບຸນທ່ຽງ ວິໄລວົງ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ(ຜູ້ໃໝ່) ໃຫ້ກຽດເປັນປະທານໃນພິທີ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາທ່ານຄະນະພັກ-ຄະນະນໍາ ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ (ຜູ້ເກົ່າ) ໄດ້ຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຫ້ອງການອົງການໄອຍະການປະຊາຊົນສູງສຸດ ແຕ່ເດືອນມີນາ ຫາເດືອນທັນວາ 2023 ແລະ ທິດທາງວຽກງານຈຸດສຸມ ເດືອນທັນວາ 2023, ພ້ອມທັງຜ່ານຮ່າງ ບົດບັນທຶກການມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ (ຜູ້ເກົ່າ) ແລະ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ (ຜູ້ໃໜ່). ຈາກນັ້ນ, ກໍໄດ້ຮ່ວມລົງນາມເຊັນບົດບັນທຶກການ ມອບ-ຮັບໜ້າທີ່ ຢ່າງເປັນທາງການ.