ເລີ່ມວັນທີ 1 ທັນວາ 2023 ຈະເປີດການສັນຈອນ ຢູ່ຖະໜົນດອນຈັນ (ແຄມຂອງ) ຈຸດວົງວຽນ ບ້ານວັດຈັນ ເມືອງຈັນທະບູລີ ຕະຫລອດ 24 ຊົ່ວໂມງ
November 30, 2023 - 3:58 PM

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ອອກແຈ້ງເລກທີ10314/ຍທຂ.ນວ ແຈ້ງເປີດການສັນຈອນ ຢູ່ ຖະໜົນດອນຈັນ (ທາງແຄມຂອງ) ຈຸດວົງວຽນ ບ້ານວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໃຫ້ສາມາດສັນຈອນໄປມາໄດ້ ຕະຫລອດເວລາ (24 ຊົ່ວໂມງ) ນັບແຕ່ ວັນທີ 1 ທັນວາ 2023 ເປັນຕົ້ນໄປ, ເພາະໃນໄລຍະຜ່ານມາແມ່ນສາມາດສັນຈອນໄດ້ແຕ່ຕອນກາງເວັນ ຮອດເວລາ 18:00 ໂມງ ແມ່ນເສັ້ນທາງດັ່ງກ່າວໄດ້ປິດການສັນຈອນ.
ເພື່ອອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາລົດແອອັດ ເຮັດໃຫ້ການສັນຈອນ ໃນບໍລິເວນດັ່ງກ່າວ ໃຫ້ໂລ່ງລຽນ ດັ່ງນັ້ນ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຈຶ່ງແຈ້ງເປີດຕະຫລອດ 24 ຊົ່ວໂມງ ໃຫ້ຜູ້ນໍາໃຊ້ພະຫະນະທຸກໆປະເພດ ໃນນະຄອນຫຼວງວຽງຈັນ ແລະ ທົ່ວປະເທດ ໃຫ້ຊາບທົ່ວເຖິງກັນ ນໍາໃຊ້ເສັ້ນທາງດັ່ງກ່າວນີ້ ໃຫ້ຖືກຕ້ອງ ຕາມກົດລະບຽບຈາລະຈອນ ເພື່ອຫລີກລ້ຽງ ບໍ່ເກີດອຸບັດເຫດ.