ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ

ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ - 406668455 847682047367613 2400295060869069988 n - ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ
ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ - kitchen vibe - ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ

ວັນທີ 29 ພະຈິກ 2023 ຜ່ານມານີ້ ກະຊວງພະລັງງານ ແລະ ບໍ່ແຮ່ ປະຊຸມປຶກສາຫາລື ກ່ຽວກັບການປັບປຸງຂອດການຄຸ້ມຄອງ ໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ ຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບການຄຸ້ມຄອງຕາມທິດຊີ້ນໍາຂອງລັດຖະບານ ແລະ ຕາມການຕົກລົງເປັນເອກະພາບຂອງຄະນະນໍາ ກະຊວງພະລັງງານ ແລະ ບໍ່ແຮ່ ກ່ຽວກັບວິທີການປັບປຸງ ການວາງແຜນ, ການອອກອະນຸຍາດ ແລະ ການ ຄຸ້ມຄອງ ບໍ່ແຮ່ ຕາມແຜນການພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ, ວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາໃນ ເດືອນກໍລະກົດ 2023 ຜ່ານມາ.

ວຽກງານບໍ່ແຮ່ ແມ່ນວຽກງານໜຶ່ງທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ ບົນພື້ນຖານການພັດທະນາ ຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວຂອງພັກ ແລະ ລັດ, ການຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນຂອງຊັບພະຍາກອນທຳມະຊາດຕາມທິດມີປະສິດທິຜົນ, ຍືນຍົງ ແລະ ສີຂຽວ ອີງໃສ່ຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງຊັບພະຍາກອນແຮ່ທາດຢູ່, ລັດຖະບານໄດ້ມີນະໂຍບາຍ ເລືອກເຟັ້ນເອົານັກລົງທຶນເຂົ້າມາພັດທະນາແຮ່ເຫຼັກ ແລະ ແຮ່ທາດຫາຍາກ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປັດຈຸບັນ.

ປັດຈຸບັນ, ລັດຖະບານ ໄດ້ອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃນຂະແໜງບໍ່ແຮ່ທັງໝົດ 382 ບໍລິສັດ, 505 ກິດຈະການ, ຢູ່ໃນໄລຍະການຊອກຄົ້ນ 24 ບໍລິສັດ, 24 ກິດຈະການ; ໄລຍະການສຳຫຼວດ 127 ບໍລິສັດ, 141 ກິດຈະການ; ໄລຍະການສຶກສາຄວາມເປັນໄປທາງດ້ານເສດຖະກິດ-ເຕັກນິກ 33 ບໍລິສັດ, 52 ກິດຈະການ; ໄລຍະການຂຸດຄົ້ນ ແລະ ປຸງແຕງ ຈຳນວນ 105 ບໍລິສັດ, 195 ກິດຈະການ, ສະເພາະໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຫາຍາກແບບທົດລອງ ມີທັງໝົດ 13 ບໍລິສັດ, ເນື້ອທີ່ 7.396 ເຮັກຕາ, ນອນໃນ 3 ແຂວງຄື: ແຂວງຫົວພັນ 6 ບໍລິສັດ, ຊຽງຂວາງ 6 ບໍລິສັດ ແລະ ເຊກອງ 1 ບໍລິສັດ.

ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ - 4 - ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ
ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ - 5 - ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ
ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ - 3 - ປຶກສາຫາລືກ່ຽວກັບການປັບປຸງຂອດການຄຸ້ມຄອງໂຄງການຂຸດຄົ້ນແຮ່ເຫຼັກ ແລະ ໂຄງການຂຸດຄົ້ນແຮ່ຫາຍາກ