ອາການແບບໃດແມ່ນຂາດວິຕາມິນເຊ ?

- 012809 2017 - ອາການແບບໃດແມ່ນຂາດວິຕາມິນເຊ ?
- kitchen vibe - ອາການແບບໃດແມ່ນຂາດວິຕາມິນເຊ ?

ຮູ້ຫລືບໍ່ວ່າອາການແບບໃດທີ່ເອີ້ນວ່າກຳລັງຂາດວິຕາມິນເຊ ເຊິ່ງສາມາດຮູ້ໄດ້ດັ່ງຕໍ່ໄປນີ້ :

– ອາການອິດເມື່ອຍອ່ອນເພຍ, ເບື່ອອາຫານ, ມີເລືອດອອກຕາມເຟັນແຂ້ວ ໂດຍສະເພາະເວລາຖູແຂ້ວ, ເປັນໄຂ້ຫວັດງ່າຍ ແລະ ເປັນຕະຫລອດ ເຊົາແລ້ວກໍເປັນອີກ ເພາະພູມຕ້ານທານຕໍ່າ ເນື່ອງຈາກວິຕາມິນເຊເປັນສານອາຫານໃນການເສີມສ້າງພູມຕ້ານທານຂອງຮ່າງກາຍໃຫ້ແຂງແຮງ.

– ເມື່ອປ່ອຍໃຫ້ຂາດວິຕາມິນເຊໄປດົນໆກໍຈະສະແດງອາການອອກທາງກ້າມຊີ້ນ, ຜິວໜັງ ແລະ ເສັ້ນເລືອດ ເຊັ່ນ : ເຈັບກ້າມຊີ້ນ, ອ່ອນແຮງ, ເສັ້ນເລືອດບໍ່ແຂງແຮງ, ເສັ້ນເລືອດຝອຍໃຕ້ຜິວໜັງແຕກງ່າຍ, ຜິວໜັງຊຳ້ງ່າຍ, ປາກແຫ້ງ, ຜິວໜັງແຫ້ງ.

– ຖ້າເປັນບາດແຜຈະນານເຊົາ ແລະ ອາດນຳມາເຊິ່ງບັນຫາພະຍາດຂໍ້, ກະດູກ, ພະຍາດຫລອດເລືອດ ແລະ ພະຍາດຫົວໃຈ ໃນກໍລະນີທີ່ຂາດວິຕາມິນເຊເປັນເວລາດົນ.

- 3 - ອາການແບບໃດແມ່ນຂາດວິຕາມິນເຊ ?
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!