ນິວຊີແລນກຽມຫ້າມນໍາໃຊ້ ໂທລະສັບມືຖືໃນຫ້ອງຮຽນ


ຜູ້ນໍານິວຊີແລນຢືນຢັນການເດີນໜ້ານະໂຍບາຍຫ້າມນໍາໃຊ້ໂທລະສັບມືຖືໃນຫ້ອງຮຽນ ເພື່ອຍົກລະດັບການອ່ານອອກຂຽນໄດ້ຂອງນັກຮຽນພາຍໃນປະເທດ.
ວັນທີ 1 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຄຣິສ ລັກຊອນ ກ່າວວ່າ: ລັດຖະບານກຽມກໍານົດມາດຕະການຢ່າງເປັນທາງການໃນການຫ້າມນໍາໃຊ້ໂທລະສັບມືຖືໃນຫ້ອງຮຽນ ເຖິງວ່າຍັງບໍ່ໄດ້ກ່າວຈະແຈ້ງວ່າຈະເລີ່ມເມື່ອໃດ, ແຕ່ເລື່ອງນີ້ຄືໜຶ່ງໃນນະໂຍບາຍທີ່ທ່ານ ລັກຊອນ ໃຫ້ຄໍາໝັ້ນວ່າ: ຈະດໍາເນີນໃຫ້ໄດ້ພາຍໃນ 100 ວັນທໍາອິດຂອງການປະຕິບັດໜ້າທີ່ ນັບແຕ່ຮັບຕໍາແໜ່ງໃນວັນທີ 27 ພະຈິກຜ່ານມາ.
ຜູ້ນໍານິວຊີແລນເຊື່ອໝັ້ນວ່າ: ການຫ້າມນໍາໃຊ້ໂທລະສັບມືຖືໃນຫ້ອງຮຽນ ຈະຊ່ວຍໃຫ້ນັກຮຽນມີສະມາທິຕໍ່ການຮຽນຫລາຍຂຶ້ນ ແລະ ຈະຊ່ວຍໃຫ້ອັດຕາການອ່ານອອກຂຽນໄດ້ຂອງນັກຮຽນພາຍໃນປະເທດກັບມາດີຂຶ້ນອີກ ຫລັງຜົນການທົດສອບໂດຍໜ່ວຍງານຫລາຍແຫ່ງທັງພາຍໃນ ແລະ ຕ່າງປະເທດເປັນໄປໃນທາງດຽວກັນວ່າ: ການອ່ານອອກຂຽນໄດ້ຂອງນັກຮຽນນິວຊີແລນມີທ່າອ່ຽງຫລຸດລົງ “ຈົນໜ້າເປັນຫ່ວງ” ທັງທີ່ເຄີຍຕິດຢູ່ໃນກຸ່ມລໍາດັບຕົ້ນຂອງໂລກ.
ຂະນະທີ່ຜົນສໍາຫລວດຄວາມຄິດເຫັນຊາວນິວຊີແລນ 1.481 ຄົນ ເຮັດຂຶ້ນໂດຍຮໍໄຣຊອນ ທີ່ເປັນໜ່ວຍງານວິໄຈແຫ່ງຊາດ ລະຫວ່າງວັນທີ 10-16 ພະຈິກຜ່ານມາ ເຊິ່ງເປັນໄລຍະເວລາກ່ອນທີ່ທ່ານ ລັກຊອນ ຮັບຕໍາແໜ່ງ ປາກົດວ່າ 61% ເຫັນພ້ອມຕໍ່ການຫ້າມນໍາໃຊ້ໂທລະສັບມືຖືໃນຫ້ອງຮຽນ ແຕ່ຄວນອະນຸຍາດໃຫ້ນັກຮຽນໃຊ້ໂທລະສັບມືຖືໄດ້ໃນໄລຍະພັກຜ່ອນ.
ອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທໍາແຫ່ງສະຫະປະຊາຊາດ (ອຸຍເນສໂກ) ເຜີຍແພ່ລາຍງານໃນກາງປີນີ້ວ່າ: ຍຸກສະໄໝທີ່ປ່ຽນແປງໄປ ເຮັດໃຫ້ການສຶກສາກ່ຽວກັບເຕັກໂນໂລຊີຄວນເປັນສ່ວນໜຶ່ງຂອງການຮຽນການສອນ. ເຖິງຢ່າງໃດກໍຕາມ, ຄູ ແລະ ບຸກຄະລາກອນທີ່ກ່ຽວຂ້ອງຄວນມີຄວາມລະມັດລະວັງໃຫ້ການໃຊ້ເຕັກໂນໂລຊີ “ມີຄວາມພໍດີ”.