ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ

ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ - 407914181 779739507513691 7646633214315683045 n - ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ
ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ - kitchen vibe - ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ
ວິທະຍູສາກົນ ຫວຽດຽນາມ, ເມື່ອບໍ່ດົນມານີ້,ທ່ານ ນາງ ຄາມາລາ ຮາຣີສ(Kamala Harris), ຮອງປະທານາທິບໍດີ ສ.ອາເມລິກາ ເປີດເຜີຍວ່າ: ສ.ອາເມລິກາ ຈະປະກອບ ຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ ກອງທຶນດິນຟ້າ ອາກາດ ສີຂຽວ ພາຍຫລັງ ເຂົ້າຮ່ວມ ກອງປະ ຊຸມຄັ້ງທີ 28 ບັນດາຝ່າຍ ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສະຫະປະຊາຊາດ (ສປຊ) ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ (COP28), ພວມຈັດຂຶ້ນຢູ່ ດູບາຍ, ສະຫະລັດ ອາຣັບ ເອເມເຣັດ ອາຣັບ. ບ້ວງເງິນດັ່ງກ່າວ ເພື່ອແນໃສ່ ຊ່ວຍເຫລືອບັນດາປະເທດ ພວມພັດທະນາ ອາດສາມາດ ສຳຜັດກັບ ແຫລ່ງທຶນ ທີ່ຕ້ອງການ ເພື່ອລົງທຶນເຂົ້າຂົງເຂດ ພະລັງງານ ສະອາດ, ບັນດາ ມາດຕະການ ອີງໃສ່ ທຳມະຊາດ ແລະ ຄວາມສາມາດ ຮັບມືກັບ ຜົນສະທ້ອນ ຂອງການປ່ຽນແປງ ຂອງດິນຟ້າ ອາກາດ.
ກ່ອນໜ້ານີ້, ຄະນະບໍລິຫານ ກອງທຶນ ດິນຟ້າອາກາດ ສີຂຽວ ໃຫ້ຮູ້ວ່າ: ກອງທຶນນີ້ ໄດ້ຮັບຄຳໝັ້ນ ສັນຍາ ປະກອບ ເງິນ 9,3 ຕື້ໂດລາ ສະຫະລັດຂອງ 25 ປະເທດ ໃນໂລກ ເພື່ອຊ່ວຍເຫລືອ ດ້ານ ການເງິນ ໃຫ້ແກ່ ບັນດາປະເທດ ມີຄວາມສ່ຽງໄພ ສູງກ່ວາ ໃນຕໍ່ໜ້າ ບັນດາ ຜົນສະທ້ອນ ຂອງການປ່ຽນແປງ ຂອງດິນຟ້າອາກາດ.
ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ - 5 - ສ.ອາເມລິກາ ຈະມອບເງິນ 3 ຕື້ໂດລາສະຫະລັດ ໃຫ້ກອງທຶນດິນຟ້າອາກາດສີຂຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!