ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024

ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024 - Untitled 1 - ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024
ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024 - kitchen vibe - ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024

ສໍານັກງານກວດຄົນເຂົ້າເມືອງ ແລະ ການຍ້າຍຖິ່ນຖານຂອງສີລັງກາປະກາດຍົກເວັ້ນ “ຄ່າທໍານຽມວີຊາ” ສໍາລັບນັກທ່ອງທ່ຽວຜູ້ອາໄສຢູ່ຈີນ, ອິນເດຍ, ອິນໂດເນເຊຍ, ຣັດເຊຍ, ມາເລເຊຍ, ຍີ່ປຸ່ນ ແລະ ໄທ ໂດຍເລີ່ມບັງຄັບໃຊ້ທັນທີນັບແຕ່ວັນທີ 1 ທັນວາ ໄປຈົນຮອດວັນທີ 31 ມີນາ 2024.

ຜູ້ອາໄສຢູ່ໃນປະເທດດັ່ງກ່າວທີ່ມີໜັງສືເດີນທາງນັກການທູດ, ໜັງສືເດີນທາງລັດຖະການ, ໜັງສືເດີນທາງເຄິ່ງລັດຖະການ ລວມທັງໜັງສືເດີນທາງທໍາມະດາ ລ້ວນເປັນຜູ້ມີຄຸນສົມບັດທີ່ສາມາດເຂົ້າຮ່ວມໂຄງການດັ່ງກ່າວໄດ້ ໂດຍຈະຕ້ອງຍື່ນເລື່ອງໃນລະບົບອະນຸມັດການເດີນທາງທາງເອເລັກໂຕຣນິກ (ETA) ທີ່ບໍ່ເສຍຄ່າໃຊ້ຈ່າຍ ກ່ອນເດີນທາງໄປເຖິງສີລັງກາ.

ພາຍໃຕ້ໂຄງການຕົວແບບທີ່ມີຂຶ້ນເພື່ອສ້າງອຸດສາຫະກໍາການທ່ອງທ່ຽວຂຶ້ນມາໃໝ່ນີ້ ນັກທ່ອງທ່ຽວຈະໄດ້ຮັບວີຊາໄລຍະເວລາ 30 ວັນ ແລະ ສາມາດເດີນທາງເຂົ້າ-ອອກໄດ້ 2 ຄັ້ງ ນັບແຕ່ວັນທີ່ເດີນທາງເຖິງສີລັງກາຄັ້ງທໍາພາຍໃນ 30 ວັນ.

ໂດຍຂະແໜງການທ່ອງທ່ຽວຖືເປັນໜຶ່ງໃນແຫລ່ງລາຍໄດ້ຈາກຕ່າງປະເທດທີ່ສໍາຄັນຂອງສີລັງກາ ເຊິ່ງກໍາລັງມີສ່ວນກະຕຸ້ນລາຍໄດ້ຈາກການທ່ອງທ່ຽວທີ່ຫລຸດຖອຍໃນໄລຍະປີ 2020-2022 ເນື່ອງຈາກການແພ່ລະບາດໃຫຍ່ຂອງພະຍາດໂຄວິດ ລວມທັງຜົນກະທົບຈາກວິກິດເສດຖະກິດ ແລະ ວິກິດທາງການເມືອງພາຍໃນປະເທດ.

ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024 - 3 - ສີລັງກາຍົກເວັ້ນຄ່າທໍານຽມວີຊານັກທ່ອງທ່ຽວຈາກ 7 ປະເທດ ມີຜົນນັບແຕ່ວັນທີ 1 ທັນວາຈົນຮອດວັນທີ 31 ມີນາ 2024
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!