ຜູ້ຍິງຊາວອູກັນດາອາຍຸ 70 ປີ ເກີດລູກແຝດ


ຜູ້ຍິງຊາວອູກັນດາຄົນໜຶ່ງ ອາຍຸ 70 ປີ ເກີດລູກແຝດ ໃນວັນທີ 29 ພະຈິກຜ່ານມາ ເຊິ່ງນາງຍົກຍ້ອງເຫດການດັ່ງກ່າວວ່າເປັນ “ປະຕິຫານ”.
ວັນທີ 4 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາງ ຊາຟິນາ ນາມູກວາຢາ ເລົ່າເຖິງຄວາມສຸກຂອງນາງໃນການໃຫ້ກໍາເນີດລູກແຝດຢູ່ໂຮງໝໍແຫ່ງໜຶ່ງໃນນະຄອນຫລວງກໍາປາລາ ເຊິ່ງນາງໄດ້ຮັບການປິ່ນປົວອາການມີລູກຍາກ.
“ນີ້ເປັນຜົນສໍາເລັດທີ່ບໍ່ທໍາມະດາ ໃນການເກີດລູກແຝດໃຫ້ມານດາທີ່ມີອາຍຸຫລາຍທີ່ສຸດໃນອາຟຣິກາ ອາຍຸ 70 ປີ” ທ່ານ ໝໍ ເອັດເວິດ ທາມາເລ ຊາລີ ຜູ້ເບິ່ງແຍງການຖືພາ ແລະ ການເກີດຂອງນາງ ນາມູກວາຢາ ກ່າວອີກວ່າ: ນາງ ແລະ ລູກທັງສອງຄົນ ເຊິ່ງເປັນຜູ້ຊາຍ ແລະ ຜູ້ຍິງ ຍັງຢູ່ໃນການເບິ່ງແຍງຂອງສູນຈະເລີນພັນນາໆຊາດ ແລະ ໂຮງໝໍແມ່ຍິງ ທີ່ທ່ານສ້າງຕັ້ງຂຶ້ນ ແຕ່ທຸກຄົນມີສຸຂະພາບແຂງແຮງດີ.
“ອາຍຸ 70 ປີ ເຊິ່ງຖືວ່າຂ້ອຍອ່ອນແອ ບໍ່ສາມາດຖືພາ ເກີດລູກ ຫລື ເບິ່ງແຍງລູກໄດ້. ນີ້ຄືປະຕິຫານຂອງຝາແຝດຄູ່ນີ້” ນາງ ນາມູກວາຢາ ເຊິ່ງອາໄສຢູ່ເຂດມາຊາກາ ຫ່າງຈາກນະຄອນຫລວງກໍາປາລາໄປທາງຕາເວັນຕົກປະມານ 120 ກິໂລແມັດ ກ່າວ.
ທັງນີ້, ນາງ ນາມູກວາຢາ ກ່າວອີກວ່າ: ນາງເຄີຍເກີດລູກສາວໃນປີ 2020 ຫລັງຖືກລໍ້ລຽນວ່າເປັນ “ຜູ້ຍິງຖືກສາບ” ເນື່ອງຈາກກ່ອນໜ້ານີ້ ນາງບໍ່ສາມາດມີລູກໄດ້ ຫລັງຈາກຜົວຄົນທໍາອິດເສຍຊີວິດໃນປີ 1992 ແລະ ພົບກັບຄູ່ຄອງຄົນປັດຈຸບັນໃນປີ 1996.
ເຖິງຢ່າງໃດກໍຕາມ, ນາງ ນາມູກວາຢາ ສະແດງຄວາມຮູ້ສຶກຕົກໃຈທີ່ຄູ່ຊີວິດບໍ່ໄດ້ມາຢາມນາງ ນັບແຕ່ນາງມາໂຮງໝໍເພື່ອເກີດລູກ.