ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - 7480 - ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - kitchen vibe - ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ວັນທີ 4 ທັນວາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 2-4 ທັນວານີ້ ແລະ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ທັນວາ 2023.

ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມເຊີຍ ແລະ ຕີລາຄາສູງ ຕໍ່ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເຊິ່ງເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ແລະ ຄວາມສາມັກຄີຮັກແພງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ສະເພາະ ແມ່ນການພົວພັນຮ່ວມມື ສອງສະພາແຫ່ງຊາດ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ ເຊິ່ງໄລຍະຜ່ານມາເຫັນວ່າ ການນໍາຂອງສອງປະເທດ ກໍໄດ້ມີການພົວພັນແລກປ່ຽນເຊິ່ງກັນ ແລະ ກັນ, ຍົກສູງການພົວພັນຮ່ວມມື ເຮັດໃຫ້ຫລາຍຂະແໜງການມີຜົນສໍາເລັດຫລາຍດ້ານ.

ໂອກາດນີ້, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຖືໂອກາດນີ້ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບຕື່ມອີກ.

ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - 4 - ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - 5 - ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ - 3 - ນາຍົກ ຕ້ອນຮັບປະທານສະພາ ແຫ່ງຣາຊະອານາຈັກກຳປູເຈຍ ເຂົ້າຢ້ຽມຂໍ່ານັບໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ