ກົມອາຫານ ແລະ ຢາ ເຕືອນການຊື້ຢາຊຸດ-ຢາຊຸມ ມາກິນ ອັນຕະລາຍເຖິງຂັ້ນເສຍຊີວິດໄດ້
December 5, 2023 - 1:28 PM

ວັນທີ 5 ທັນວາ 2023 ນີ້, ເພຈ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ແຈ້ງເຕືອນ ການຊື້-ຂາຍ ຢາຊຸດ-ຢາຊຸມ ຈາກເຟສບຸກຕ່າງໆທີ່ມີການໂຄສະນາປະກາດຂາຍຢາດັ່ງກ່າວຕາມສື່ອອນລາຍ ເຊິ່ງຢາດັ່ງກ່າວເປັນຢາທີ່ຜິດກົດໝາຍ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ຂາຍໃນທຸກຮູບແບບ ເນື່ອງຈາກຢາຊຸດ-ຢາຊຸມ ປະກອບດ້ວຍຢາຫລາຍຊະນິດ ອາດສົ່່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ ເຊັ່ນ: ຕັບ, ໄຂ່ຫລັງ ແລະ ອາດເຮັດໃຫ້ເຖິງຂັ້ນເສຍຊີວິດໄດ້ ຫ້າມຊື້ມາກິນເດັດຂາດ.