ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ

ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - 1702089414 US vetoes Security Council demand for Gaza ceasefirel - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ
ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - kitchen vibe - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ

ສະຫະລັດອາເມລິກາໃຊ້ສິດຕອບໂຕ້ ຄັດຄ້ານມະຕິສຽງສ່ວນຫລາຍຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ທີ່ຮຽກຮ້ອງໃຫ້ມີການຢຸດຍິງເພື່ອມະນຸດສະທໍາຢູ່ເຂດກາຊາ. ຂະນະທີ່ກອງທັບອິດສະລາແອນຍັງເດີນໜ້າໂຈມຕີກຸ່ມຮາມັດໃນຫລາຍພື້ນທີ່ຂອງກາຊາຢ່າງຕໍ່ເນື່ອງ.

ການລົງມະຕິດັ່ງກ່າວມີຂຶ້ນໃນວັນທີ 8 ທັນວາ ພາຍຫລັງທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ ໃຊ້ມາດຕາ 99 ຂອງກົດບັດສະຫະປະຊາຊາດ ຮຽກປະຊຸມສຸກເສີນໃນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທ່າມກາງສະຖານະການສູ້ຮົບຢູ່ກາຊາທີ່ທະວີຄວາມຮຸນແຮງຂຶ້ນເລື້ອຍໆ ເຊິ່ງອາເມລິກາເປັນພຽງປະເທດດຽວຈາກ 15 ປະເທດສະມາຊິກທີ່ຕອບໂຕ້. ຂະນະທີ່ 13 ປະເທດສະມາຊິກລົງຄະແນນສະໜັບສະໜູນ, ສ່ວນອັງກິດງົດອອກສຽງ.

ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - Visit Laos Visit SALANA BOUTIQUE HOTEL - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ
ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - Visit Laos Visit SALANA BOUTIQUE HOTEL - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ

ໃນການຖະແຫລງກ່ອນໜ້ານີ້, ທ່ານ ກູເຕີເຣສ ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີ ພ້ອມຮຽກຮ້ອງໃຫ້ຮາມັດປ່ອຍຕົວປະກັນ ແລະ ຢືນຢັນວ່າການກະທໍາອັນໂຫດຮ້າຍຂອງຮາມັດບໍ່ສາມາດໃຊ້ເປັນເຫດຜົນເພື່ອລົງໂທດຊາວປາແລັສຕິນແບບເໝົາລວມໄດ້.

ຂະນະທີ່ທ່ານ ຣິຢາດ ມັນຊູ ເອກອັກຄະລັດຖະທູດປາແລັສຕິນປະຈໍາ UN ກ່າວຕໍ່ກອງປະຊຸມ UNSC ວ່າ: ການລົງມະຕິດັ່ງກ່າວໝາຍເຖິງຊີວິດຂອງຊາວປາແລັສຕິນນັບລ້ານທີ່ກໍາລັງແຂວນຢູ່ເສັ້ນດ້າຍ.

ທ່ານ ໂຣເບີດ ວູດ ຮອງເອກອັກຄະລັດຖະທູດອາເມລິກາປະຈໍາ UN ກ່າວຊີ້ແຈງເຫດຜົນຕໍ່ UNSC ວ່າ: ອາເມລິກາບໍ່ສະໜັບສະໜູນການຮຽກຮ້ອງການຢຸດຍິງທີ່ບໍ່ຍືນຍົງຂອງມະຕິນີ້ ເຊິ່ງຈະເປັນພຽງການປູກຝັງສົງຄາມຄັ້ງຕໍ່ໄປ.

ຂະນະທີ່ອິດສະລາແອນປະຕິເສດທ່າທີຂອງທ່ານ ກູເຕີເຣສ ແລະ ກ່າວຫາວ່າທ່ານເປັນ “ໄພຄຸກຄາມຕໍ່ສັນຕິພາບໂລກ” ຈາກການສະໜັບສະໜູນກຸ່ມຮາມັດ ໂດຍພະຍາຍາມຢຸດການສູ້ຮົບຢູ່ກາຊາ ກ່ອນພາລະກິດທໍາລາຍລ້າງກຸ່ມຮາມັດຈະສິ້ນສຸດລົງ.

ຜ່ານມາອາເມລິກາ ແລະ ອິດສະລາແອນຕ່າງຄັດຄ້ານການຢຸດຍິງຖາວອນ ໂດຍເບິ່ງວ່າຈະເປັນປະໂຫຍດຕໍ່ຮາມັດ ເຊິ່ງລັດຖະບານວໍຊິງຕັນສະໜັບສະໜູນໃຫ້ມີການຢຸດຍິງຊົ່ວຄາວ ຄືການຢຸດຍິງ 7 ວັນກ່ອນໜ້ານີ້ ເຊິ່ງກຸ່ມຮາມັດໄດ້ປ່ອຍຕົວປະກັນບາງສ່ວນ ແລະ ມີການສົ່ງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າໄປໃນກາຊາເພີ່ມຂຶ້ນ.

ທັງນີ້, ກະຊວງສາທາລະນະສຸກປາແລັສຕິນລະບຸວ່າ: ມີຜູ້ເສຍຊີວິດຈາກການໂຈມຕີຂອງອິດສະລາແອນຢູ່ກາຊາແລ້ວຫລາຍກວ່າ 17.000 ຄົນ. ຂະນະທີ່ກອງທັບອິດສະລາແອນຍັງຂະຫຍາຍປະຕິບັດການຈູ່ໂຈມທັງທາງບົກ ແລະ ທາງອາກາດໃສ່ພື້ນທີ່ຕອນໃຕ້ຂອງກາຊາ.

ໂດຍ UN ຊີ້ວ່າ: ພື້ນທີ່ຈໍານວນຫລາຍຢູ່ກາຊາໄດ້ກາຍເປັນດິນແດນຮ້າງ ແລະ ປະຊາກອນກວ່າ 80% ຕ້ອງອົບພະຍົບໜີການສູ້ຮົບ ແລະ ກໍາລັງຜະເຊີນສະພາບຂາດເຂີນອາຫານ, ນໍ້າ, ຢາ ແລະ ຄວາມສ່ຽງຈາກພະຍາດລະບາດທີ່ເພີ່ມຂຶ້ນ.

ອ້າງອີງ:

ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - 5 - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ
ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - 3 - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ
ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ - 4 - ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ