ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ

ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ  ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ -                                                          - ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ  ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ
ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ  ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ - kitchen vibe - ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ  ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ

ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 6 ທັນວາ 2023 ຜ່ານມາ, ປກສ ເມືອງ ເມິງ ສາມາດຢຶດລົດວີໂກແຄັບຕ້ອງສົງໄສໄດ້ 1 ຄັນ ໝາຍເລກທະບຽນ 6264 ບໍ່ແກ້ວ ສ່ວນເຈົ້າຂອງລົດໄດ້ເອົາຕົວຫລົບໜີ, ຜ່ານການກວດກາພາຍໃນລົດແມ່ນບໍ່ພົບສິ່ງຜິດກົດໝາຍ ແລະ ມື້ຕໍ່ມາເຈົ້າໜ້າທີ່ຈຶ່ງສາມາດກັກຕົວຜູ້ຕ້ອງສົງໄສ ໄດ້ 1 ຄົນຊື່ທ້າວ ເຢ່ຍຕົ່ວ ຢ່າງ ອາຍຸ 33 ປີ ປະຊາຊົນບ້ານນໍ້າປອງ, ເມືອງຫ້ວຍຊາຍ ພ້ອມຂອງກາງລົດກະບະ 1 ຄັນ.

ວັນທີ 8 ທັນວາ ໄດ້ຕິດຕາມກວດກາຈຸດເກີດເຫດ ແລະ ພົບຢາເສບຕິດປະເພດຢາບ້າ 8 ເປົາ ຫລື 1.600.000 ເມັດ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວ ພ້ອມລົດກະບະ ແລະ ຢາເສບຕິດຈໍານວນດັ່ງກ່າວ ໄວ້ເພື່ອດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາພັກພວກກຸ່ມແກ້ງ ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ  ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ - 4 - ປກສ ແຂວງບໍ່ແກ້ວ ຢຶດຢາບ້າ 1.600.000 ເມັດ  ພ້ອມຜູ້ຕ້ອງຫາ 1 ຄົນ ແລະ ລົດກະບະ 2 ຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!