ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​

- dog vacine - ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​
- kitchen vibe - ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​

- dog vacine - ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​

ວັນ​ທີ 28 ກັນຍາ​ນີ້, ກົມພະຍາດຕິດຕໍ່, ກົມ​ລ້ຽງສັດ ​ແລະ ການ​ປະມົງ, ອົງການ​ອະນາ​ໄມ​ໂລກ, ອົງການ​ສຸຂະພາບ​ສັດ​ໂລກ, ອົງການ​ອາຫານ ​ແລະ ການ​ກະ​​ເສດ​ແຫ່ງ​ສະຫະ​ປະຊາ​ຊາດປະຈຳລາວ ​ແລະ ພາກສ່ວນ​ກ່ຽວ​ຂ້ອງຕ່າງໆ ​ໄດ້​ຈັດ​ພິທີ​ໂຮມ​ຊຸມ​ນຸມວັນ​ຕ້ານ ​ແລະ ຄວບ​ຄຸມພະ​ຍາດວໍ້​ໂລກ​ 28 ກັນຍາ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງມວນຊົນ​ເປັນ​ຈຳນວນ​ຫລາຍ.

ທ່ານຮອງ​ກົມ​ພະຍາດ​ຕິດ​ຕໍ່ ມີ​ຄຳ​ເຫັນ​ວ່າ: ພະຍາດ​ວໍ້ ​ເປັນ​ພະຍາດ​ທີ່​ຖືກປະ ປ່ອຍ ​ແລະ ຂາດ​ການ​ເອົາ​ໃຈ​ໃສ່​ຂອງ​ປະຊາຊົນ​ທີ່​ທຸກ​ຍາກ, ​ໃນ​ທົ່ວ​ໂລກຊຶ່ງແຕ່ລະປີ ພະຍາດ​ວໍ້​ໄດ້​ຂ້າ​ປະຊາຊົນ​​ເກືອບ 60 ພັນ​ຄົນ, ການ​ຕາຍ​ສ່ວນ​ໃຫຍ່​ແມ່ນ​ເກີດ​ຂຶ້ນ​ຢູ່​ເຂດ​ຊົນນະບົດ ​ແລະ ຜູ້ທຸກ​ຍາກ, ໂດຍສະເພາະ​ເດັກ​ອາຍຸລະຫວ່າງ 5-14 ປີ, ສຳລັບ ສປປ ລາວ ໃນ​ປີ 2011, ມີ​ຜູ້​ຖືກ​ສັດ​ກັດ ທັງ​ໝົດ 12.944 ກໍລະນີ, ຊຶ່ງ​ໃນ​ນັ້ນ 91% ​ແມ່ນ​ຖືກ​ໝາ​ກັດ, ​ໂດຍ​ມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະ ນັບ​ແຕ່ປີ 2012-2016 ມີ​ຜູ້​ເສຍ​ຊີວິດ​ສູງ​ເຖິງ 29 ຄົນ. ສຳລັບ​ຜູ້​ທີ່​​ໄດ້​ຮັບ​ພະຍາດ​ວໍ້​ເຂົ້າ​ສູ່​ຮ່າງກາຍ ສາມາດ​ປ້ອງ​ກັນ​ໄດ້, ​ໂດຍ​ການ​ດູ​ແລ​ທາງ​ດ້ານ​ການ​ແພດ​ທີ່​ວ່ອງ​ໄວ ​ແລະ ​ເໝາະ​ສົມ, ສິ່ງ​ສຳຄັນ​ຕ້ອງ​ລ້າງ​ບາດ​ແຜ​ດ້ວຍ​ສະບູ ​ແລະ ນ້ຳ​ປະມານ 15 ນາທີ, ພ້ອມ​ທັງ​ເຂົ້າ​ປິ່ນປົວ ​ແລະ ປຶກສາ​ສັດຕະວະ​ແພດ​ທັນທີ​.

ນອກ​ນີ້ ການ​ໂຄສະນາ​ໃຫ້​ປະຊາຊົນ​ນຳ​ເອົາ​ສັດລ້ຽງ​ຂອງ​ຕົນ​ມາ​ສັກ​ວັກ​ຊີ​ນ​ຕ້ອງ​ໃຫ້​ປົກ​ຄຸມ 70% ຂອງ​ຈຳນວນ​ສັດລ້ຽງ​ໃນ​ທົ່ວ​ປະ​ເທດ, ​ເພື່ອ​ເປັນ​ການ​ຕັດ​ວົງ​ຈອນ​ການ​ແຜ່​ເຊື້ອ​ຢູ່​ໃນ​ສັດລ້ຽງ​​ເຫລົ່າ​ນັ້ນ ​ແລະ ຈະ​ນຳ​ໄປ​ສູ່​ຄົນ​ໄດ້​​ເມື່ອ​ສຳ​ພັດ​ກັນ, ການ​ສັກວັກ​ຊີ​ນ ປ້ອງ​ກັນ​ພະຍາດ​ວໍ້ ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຖືກ​ນຳ​ໃຊ້​​ແບບ​ທົ່ວ​ເຖິງ, ​​ເນື່ອງ​ຈາກ​ມີ​ຂໍ້​ຈຳກັດ ຫລາຍ​ຢ່າງ ​ເປັນ​ຕົ້ນ​ງົບປະມານ ​ແລະ ການ​ເຂົ້າ​ເຖິງ​ຍັງ​ຕ່ຳ, ຢູ່​ຫລາຍ​ປະ​ເທດກໍພວມ​ເລັ່ງ​ລົງທຶນ​​ໃສ່​ໂຄງການ​ຄວບ​ຄຸມພະ​ຍາດ​ວໍ້ໃຫ້​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ, ​ໂດຍ​ການ​ສັກ​ວັກ​ຊີ​ນ​ໃຫ້​ສັດລ້ຽງ ​ແລະ ສັດຈອນ​ຈັດ​ໃຫ້​ເປັນ​ປົກກະຕິ, ​ເພື່ອ​ຫລຸດຜ່ອນ​ການ​ເສຍ​ຊີວິດຂອງ​ຄົນ​ຈາກ​ພະຍາດ​ວໍ້​ໄດ້.

- 3 - ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​
- 4 - ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​
- 5 - ລາວ​​​ຈັດ​ກິດຈະກຳສັກ​ວັກ​ຊີ​ນ​ກັນ​ພະຍາດວໍ້​​​ໃຫ້​ສັດລ້ຽງ​ໂດຍ​ບໍ່​ເສຍ​ຄ່າ ​