ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ v ມີຄວາມຄືບໜ້າ 83,67% ແລະ ຄາດວ່າຈະໃຫ້ສໍາເລັດໃນເດືອນສິງຫາ 2024
ປັດຈຸບັນ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທແຫ່ງທີ v (ບໍລິຄໍາໄຊ-ບຶງການ) ລວມແລ້ວ ມີຄວາມຄືບໜ້າເກືອບ 84% ຄາດວ່າຈະໃຫ້ສໍາເລັດໃນເດືອນສິງຫາ 2024 ແລະ ຈະໄດ້ມອບຮັບໂຄງການໃນທ້າຍປີ 2024.
ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ v ໃຫ້ສໍາພາດວ່າ: ມາຮອດປະຈຸບັນການປະຕິບັດແຜນງານຂອງໂຄງການມາຮອດທ້າຍເດືອນພະຈິກ 2023 ສໍາລັບໜ້າວຽກໃນສັນຍາທີ 1 ເປັນຕົ້ນ ວຽກກໍ່ສ້າງຂົວຂ້າມນໍ້າຂອງສໍາເລັດ 73% ແລະ ສັນຍາທີ 2 ການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າອອກ-ອອກເມືອງ ສໍາເລັດ 94%. ສ່ວນບັນດາໜ້າວຽກກໍມີຄວາມຄືບໜ້າຫລາຍສົມຄວນ. ຂະນະທີ່ວຽກຊົດເຊີຍທີ່ດິນໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການ ໃນເນື້ອທີ່ 52 ເຮັກຕາກວ່າ ລວມມີ: ດິນສວນ, ຕົ້ນໄມ້ ມູນຄ່າທັງໝົດ 5 ຕຶ້ກວ່າກີບ ໄດ້ນໍາໃຊ້ທຶນສົມທົບພາຍໃນຂອງລັດຖະບານລາວເຂົ້າໃນການຊໍາລະຊົດເຊີຍສໍາເລັດແລ້ວ.
ສໍາລັບແຜນວຽກການກໍ່ສ້າງໃນເດືອນທັນວາ 2023 ຈະສຸມໃສ່ປະຕິບັດເຮັດໃຫ້ແຜນລວມທັງ 2 ສັນຍາຄື: ສັນຍາ 1 ໄລຍະ 2B ຈະປະຕິບັດວຽກໃຫ້ໄດ້ 2,70% ແຜນການລວມທັງໝົດ 76,97%; ສັນຍາ 2 ໄລຍະ 3 ວາງແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 4,93% ແຜນການລວມທັງໝົດ 100%. ແຜນລວມທັງ 2 ແຜນໃນເດືອນທັນວາໃຫ້ໄດ້ 3,81% ແຜນການລວມ 88,48%,ພາຍຫລັງໂຄງການດັ່ງກ່າວສໍາເລັດ ຈະຮອງຮັບໃຫ້ແກ່ການຂົນສົ່ງ, ການໄປ-ມາຫາສູ່ກັນສະດວກສະບາຍຍິ່ງຂຶ້ນ.
ຂ່າວ: ປະເທດລາວ