ປະຊາຊົນສ່ອງແສງ! ໄຟອຳນາດ ຈຸດ 3 ແຍກອູບມຸງ ແລະ 3 ແຍກວັດໄຕ ເປ່ເພ
December 18, 2023 - 4:10 PM
ວັນທີ 18 ທັນວາ 2023 ນີ້, ປະຊາຊົນຜູ້ສັນຈອນໄປມາ ສ່ອງແສງວ່າ: ພົບເຫັນໄຟອຳນາດເປ່ເພຢູ່ 2 ຈຸດ ຄື: ຢູ່ເສັ້ນທາງສຸພານຸວົງ ຈຸດ 3 ແຍກອູບມຸງ ແລະ 3 ແຍກວັດໄຕ ໃກ້ກັບສະໜາມບິນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງໄຟອຳນາດທັງ2ຈຸດນີ້ເປ່ເພມາດົນກວ່າ 2 ເດືອນແລ້ວ, ເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກສັບສົນ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະຊົ່ວໂມງເລັ່ງດ່ວນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດສູງ.
ສະນັ້ນ, ຝາກເຖິງພາກສ່ວນກ່ຽວຂ້ອງກວດ ກາ ແລະ ແກ້ໄຂບັນຫາດັ່ງກ່າວນີ້ດ້ວຍ ເພື່ອເຮັດໃຫ້ການສັນຈອນໄປມາສະດວກ ແລະ ມີຄວາມປອດໄພຕໍ່ຜູ້ໃຊ້ລົດໃຊ້ຖະໜົນ.