ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈຳລາວຄົນໃໝ່ ຍື່ນຈົດໝາຍແຕ່ງຕັ້ງ ຜູ້ປະຈໍາ ສປປ ລາວ ຄົນໃໝ່
December 20, 2023 - 4:59 PM
ວັນທີ 20 ທັນວາ 2023, ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຄະຢອງ ມີ ຄິມ (Kyung-Mee Kim) ເພື່ອມາເປັນ ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ ຫລື FAO ຄົນໃໝ່ ປະຈໍາ ສປປ ລາວ.
ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຜູ້ຕາງໜ້າຄົນໃໝ່ ອົງການ FAO ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການສະໜັບສະໜູນອັນລ້ຳຄ່າຂອງ ອົງການ FAO ຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ. ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່, ອົງການ FAO ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະ ສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງ ການຕ່າງໆ ກໍຄື ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ FAO (2022-2026) ເຊິ່ງມີມູນຄ່າປະມານ 33 ລ້ານ ໂດລາສະຫະລັດ. ພ້ອມນີ້, ທ່ານກໍໄດ້ຮຽກຮ້ອງໃຫ້ ອົງການ FAO ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດ ທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມເຖິງການຫລຸດພົ້ນອອກຈາກ ສະ ຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ. ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດບັນດາແຜນວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.
ພ້ອມກັນນີ້, ທ່ານ ນາງ KIM Kyung Mee, ຜູ້ຕາງໜ້າຄົນໃໝ່ ອົງການ FAO ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມຍິນດີທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນສຳຄັນຢູ່ ສປປ ລາວ. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ FAO ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ຕາມພາລະບົດບາດຂອງອົງການເພື່ອສະໜັບສະໜູນ ບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.
ອົງການອາຫານ ແລະ ການກະເສດ (FAO) ແມ່ນອົງການຈັດຕັ້ງສາກົນ ທີ່ເປັນເຄືອຂ່າຍໜຶ່ງຂອງອົງການ ສປຊ ທີ່ຖືກສ້າງຕັ້ງຂຶ້ນໃນປີ 1945 ແລະ ໄດ້ສ້າງຕັ້ງຫ້ອງການປະຈຳ ສປປ ລາວ ໃນປິ 1980, ມີໜ້າທີ່ໃຫ້ການຊ່ວຍເຫລືອດ້ານວິຊາການເຊັ່ນ: ຊ່ຽວຊານຂະແໜງປູກຝັງ, ປ່າໄມ້, ການປະມົງ ແລະ ສັດລ້ຽງ, ນັກໂພຊະນາການ, ນັກວິທະຍາສາດສັງຄົມ, ນັກເສດຖະສາດ, ນັກສະຖິຕິ ແລະ ນັກວິຊາການດ້ານອື່ນໆ ເພື່ອໃຫ້ການສະໜັບສະໜູນດ້ານການພັດທະນາ ໃຫ້ແກ່ບັນດາປະເທດໃນທົ່ວໂລກ ໂດຍໄດ້ໃຫ້ການຊ່ວຍເຫລືອປະຊາຊົນຫລາຍລ້ານຄົນໃນ 130 ກວ່າປະເທດ.