ປະທານປະເທດ ສົ່ງສານອວຍພອນວັນຊາດ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ
December 20, 2023 - 5:24 PM


ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ວິນລ້ຽມ ຣຸດໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຄັນຢາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ.
ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຄັນຢາ ຄົບຮອບ 15 ປີ, ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ແຫ່ງ ເຄັນຢາ ເພື່ອນມິດ.
ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຄັນຢາ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງຊາດພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ເຄັນຢາ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ອານເຟຣດ ມູຕົວ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຍົກຍ້າຍຖິ່ນຖານ ແຫ່ງ ສາທາລະ ນະລັດ ເຄັນຢາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ ເຊັ່ນດຽວກັນ.