ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ

ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ - ed2cce18 4860 4e0b afe4 6db844dc1670 - ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ
ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ - kitchen vibe - ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ

ໂດຍ: ຜາຕຸງ

ປັດຈຸບັນ ການເກັບລາຍຮັບເຂົ້າງົບປະມານຂອງລັດ ຈາກຂະແໜງການເງິນທົ່ວປະເທດເລີ່ມຄ່ອຍໆ ຫັນເຂົ້າສູ່ລະບົບທັນສະໄໝ ອັດການຮົ່ວໄຫຼຂອງລາຍຮັບເຂົ້າສູ່ບຸກຄົນ,ກຸ່ມກ້ອນ,ພັກພວກດຽວກັນເລີ່ມດີຂຶ້ນ ເຮັດໃຫ້ລາຍຮັບງົບປະມານໃນຂອບເຂດທົ່ວປະເທດຫຼາຍບ່ອນບັນລຸຕາມຄາດໝາຍ ແລະ ມີຫຼາຍແຂວງໄດ້ລື່ນແຜນການ, ມີບາງແຂວງສາມາດກຸ້ມຕົນເອງ ແລະ ດຸ່ນດ່ຽງໃຫ້ແຂວງອື່ນໄດ້ນີ້ກໍສະແດງໃຫ້ເຫັນວ່າພວກເຮົາເລີ່ມມີຄວາມສະດຸ້ງໄວແລ້ວຫັນມານຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຕິດຕາມກວດກາການເກັບລາຍຮັບຢູ່ແຕ່ລະທ້ອງຖິ່ນໃຫ້ມີຄວາມຮັດກຸມຖືກຕ້ອງໂປ່ງໃສ ສາມາດກວດສອບໄດ້ ສິ່ງສຳຄັນເມື່ອກວດເຫັນແລ້ວສາມາດນຳເອົາຜູ້ກະທຳຜິດມາປະຕິບັດຕາມລະບຽບກົດໝາຍໄດ້, ແຕ່ກໍຍັງບໍ່ທັນສາມາດຈຳກັດການຮົ່ວໄຫຼນັ້ນໄດ້ຢ່າງແທ້ຈິງມີບາງທ້ອງຖິ່ນ ຍັງບໍ່ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ມີຫຼາຍແຂວງຍັງອາໃສການດຸ່ນດ່ຽງຈາກສູນກາງຢູ່ ກາຍເປັນບັນຫາຫຍໍ້ທໍ້ທີ່ລັດຖະບານຈະໄດ້ເລັ່ງໃສ່ແກ້ໄຂໂດຍໄວ, ໃນກອງປະຊຸມສະຫລຸບວຽກງານການເງິນປະຈຳ 2023 ແລະ ທິດທາງແຜນການປີ 2024.

ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ - Visit Laos Visit SALANA BOUTIQUE HOTEL - ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ເນັ້ນໃຫ້ຂະແໜງ ການເງິນເອົາໃຈໃສ່ຫລາຍບັນຫາສຳຄັນທີ່ຕິດພັນກັບວຽກງານວິຊາສະເພາະໃນແຕ່ລະຂະແໜງການ ເປັນຕົ້ນ ຕ້ອງປະກອບແນວຄິດການເມືອງໃຫ້ພະນັກງານ ທີ່ເຮັດວຽກການເງິນໃຫ້ມີຄວາມຈົງຮັກພັກດີ, ມີຈັນຍາບັນ-ຈັນຍາທຳ, ມີຄວາມຊື່ສັດບໍລິສຸດຕໍ່ວິຊາຊີບ, ປະຕິບັດວິໄນແຜນການ-ການເງິນ ຢ່າງເຄັ່ງຄັດ, ຕ້ອງສືບຕໍ່ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງການເງິນໃຫ້ຂາດຕົວ, ເຂັ້ມງວດ ແລະ  ເດັດຂາດ; ສືບຕໍ່ປັບປຸງ ແລະ ເຮັດໃຫ້ກົງ ຈັກຂະແໜງການເງິນກະທັດຮັດ, ສົມເຫດສົມຜົນ ແລະ ແກ້ໄຂວຽກງານວ່ອງໄວ ແລະ ມີປະສິດທິຜົນຖືກຕ້ອງຕາມກົດໝາຍ, ປະຢັດງົບປະມານ ແລະ ປະຢັດເວລາ, ສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງຟົດຟື້ນ ແລະ ເພີ່ມທະວີຄວາມເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກດ້ານ.

ເພີ່ມທະວີຄວາມເປັນເຈົ້າການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ ໃນຕໍ່ໜ້ານີ້, ຍູ້ແຮງການຈັດຕັ້ງປະຕິບັດ ວິໄນແຜນການ-ການເງິນໃຫ້ມີຫລາຍບົດຮຽນ ທັງບົດຮຽນທີ່ໄດ້ຮັບໄຊຊະນະ ແລະ ທັງປະລາໄຊ ໃນການຄຸ້ມຄອງການເງິນ-ວິໄນການເງິນ, ສຸມໃສ່ສືບຕໍ່ປັບປຸງກົນໄກ ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ເພື່ອການສະກັດກັ້ນການຮົ່ວໄຫລຂອງງົບປະມານ, ເພີ່ມລາຍຮັບໃຫ້ສູງຂຶ້ນສົມຄູ່ກັບການເຕີບໂຕຂອງເສດຖະກິດ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ, ມີປະສິດທິຜົນສູງ ແລະ ປະຢັດມັດທະຍັດ, ໃຫ້ມີສ່ວນເຫລືອແຮໄວ້ ຊຳລະໜີ້ສິນຕາມຍຸດທະສາດ ແລະ ແຜນໄລຍະກາງທີ່ກຳນົດໄວ້ ກໍຄືການສ້າງຄັງສະສົມແຫ່ງລັດໃຫ້ຫລາຍຂຶ້ນເລື້ອຍໆ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກ ດ້ານການເງິນ, ເງິນຕາເພື່ອສ້າງຄວາມໝັ້ນທ່ຽງ, ຮັບປະກັນສະ ຖຽນລະພາບໃຫ້ເສດຖະກິດແຫ່ງຊາດ ສິ່ງສຳຄັນໃນສະເພາະໜ້າແກ້ໄຂອັດຕາເງິນເຟີ້,ເຮັດໃຫ້ອັດຕາແລກປ່ຽນເງິນກີບທຽບໃສ່ສະກຸນເງິນຫລັກຫລຸດລົງ ຫລື ເຮັດໃຫ້ເງິນກີບແຂງຄ່າຂຶ້ນ,ສ້າງກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາ, ຍົກລະດັບລະບົບຄຸ້ມຄອງງົບປະມານແຫ່ງລັດ ກ້າວເປັນດີຈິຕອນເທື່ອລະກ້າວເປັນຕົ້ນ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ, ລະບົບຊຳລະສະສາງໃຫ້ລວມສູນ, ລະບົບພື້ນຖານໂຄງລ່າງເຄືອຂ່າຍ, ຖານຂໍ້ມູນ, ເຊື່ອມຕໍ່ແລກປ່ຽນ, ວິເຄາະ-ວິໄຈຂໍ້ມູນກັບຂະແໜງການກ່ຽວຂ້ອງ, ປັບປຸງກົນໄກຂັ້ນຕອນການເຮັດວຽກ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຊິ່ງການຫັນເປັນທັນສະໄໝການນຳໃຊ້ດີຈິຕອນ ເຂົ້າໃນການຄຸ້ມຄອງງົບປະມານ-ເງິນຕາ ແມ່ນຄວາມຈຳເປັນພາວະວິໄສ ເຊິ່ງເປັນໄປຕາມທ່າອ່ຽງຂອງຍຸກສະໄໝແນໃສ່ແກ້ໄຂບັນຫາ, ສ້າງຄວາມໂປ່ງໃສ, ມີວິໄນ, ເກັບໃຫ້ໝົດ-ເກັບໃຫ້ຄົບຖ້ວນ-ເກັບໃຫ້ເຂົ້າລະບົບ (ງົບປະມານ) ແລະ ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເຂັ້ມງວດ ແລະ ຮັດກຸມ; ມອບໃຫ້ລັດຖະບານ, ບັນດາກະຊວງ, ອົງການປົກຄອງ-ທ້ອງຖິ່ນທຸກຂັ້ນ ຕ້ອງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ມີຄວາມເປັນເອກະພາບ ແລະ ຕັດສິນໃຈສູງ ສຸມໃສ່ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຂະຫຍາຍຖານເກັບລາຍຮັບໃຫ້ນັບມື້ນັບຫລາຍຂຶ້ນ, ຂຸດຄົ້ນແຫລ່ງລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນ.

ລວມແລ້ວຄຳຊີ້ນຳຂອງປະທານປະເທດມັນໄດ້ກາຍເປັນໂຈດໃຫຍ່ທີ່ທ້າທາຍໃຫ້ຂະແໜງການເງິນຕ້ອງໄດ້ເລັ່ງຄົ້ນຄວ້າລະອຽດ ແລ້ວນຳໄປຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ອັດຮອຍຮົ່ວໄຫຼງົບປະມານຢ່າງສິ້ນເຊີງ ມີຄວາມຮັດກຸມຖືກຕ້ອງໂປ່ງໃສ ສາມາດກວດສອບໄດ້ ແລະ ກາຍເປັນມືອາຊີບ.

ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ - 3 - ຜັນຂະຫຍາຍຄຳໂອ້ລົມຂອງ ປະທານປະເທດໃຫ້ເປັນຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!