ເລຂາ ສປຊ ຮຽກຮ້ອງມຽນມາ ຢຸດປະຕິບັດການທາງທະຫານຢູ່ລັດຍະໄຂ່
ເລຂາທິການສະຫະປະຊາຊາດ ຮຽກຮ້ອງມຽນມາຢຸດປະຕິບັດການທາງທະຫານໃນລັດຍະໄຂ່ທັນທີ ຊີ້ວິກິດຄັ້ງນີ້ເຮັດໃຫ້ຜູ້ລີ້ໄພເພີ່ມຈຳນວນຂຶ້ນໄວທີ່ສຸດໃນໂລກ, ຂະນະທີ່ທູດມຽນມາຍັງຢືນຢັນບໍ່ມີການກວາດລ້າງຊາວໂຣຮິງຢາ.
ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ ຮຽກຮ້ອງໃຫ້ທາງການມຽນມາ ຢຸດປະຕິບັດການທາງທະຫານຢູ່ລັດຍະໄຂ່ທັນທີ ໂດຍວິກິດຄັ້ງນີ້ເຮັດໃຫ້ຜູ້ລີ້ໄພເພີ່ມຈຳນວນຂຶ້ນຫລາຍທີ່ສຸດໃນໂລກ. ຖືເປັນຝັນຮ້າຍດ້ານມະນຸດສະທຳ ແລະ ສິດທິມະນຸດ. ຂະນະທີ່ທູດມຽນມາຢືນຢັນວ່າ: ບໍ່ມີການກວາດລ້າງຊາວໂຣຮິງຢາແຕ່ຢ່າງໃດ. ນອກຈາກນີ້ ທາງການທ້ອງຖິ່ນຍັງພະຍາຍາມຊັກຊວນໃຫ້ປະຊາຊົນທີ່ໜີອອກຈາກພື້ນທີ່ເດີນທາງກັບເຮືອນ, ສ່ວນທູດບັງກະລາເທດ ລະບຸວ່າ: ໃນປັດຈຸບັນມີຜູ້ລີ້ໄພໂຣຮິງຢາຈາກມຽນມາຢູ່ບັງກະລາເທດແລ້ວ 900.000 ຄົນ.