ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ

ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ - 41511 - ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ
ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ - kitchen vibe - ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ

ວັນທີ 27 ທັນວາ 2023, ກອງເລຂາຄະນະຮັບຜິດຊອບຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການຕາມຫ້າງຮ້ານໃນເທດສະບານແຂວງ ເພື່ອຕິດຕາມກວດກາລາຄາສິນຄ້າ ບໍ່ໃຫ້ສູງເກີນໄປ, ກວດກາສິນຄ້າເຊື່ອມຄຸນ (ສິນຄ້າໝົດອາຍຸ) ທີ່ນໍາມາຫໍ່ເປັນຂອງຂວັນອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ສາກົນ 2024 ແລະ ທັງເປັນການປົກປ້ອງຜູ້ຊົມໃຊ້ຜູ້ບໍລິໂພກໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ.

ການລົງເຄື່ອນໄຫວໃນຄັ້ງນີ້ໄດ້ລົງກວດກາຕາມຮ້ານຂາຍເຄື່ອງຍ່ອຍພາຍໃນແຂວງສາລະວັນ ໂດຍສະເພາະແມ່ນຮ້ານທີ່ຈໍາໜ່າຍປະເພດກະຕ່າຂອງຂວັນ ສໍາລັບສິນຄ້າທີ່ລົງໄປກວດແມ່ນມປະເພດເຂົ້າໜົມ, ນົມ, ເຄື່ອງດື່ມບຳລຸງຮ່າງກາຍປະເພດແບຣນ, ກາເຟ, ນໍ້າໝາກໄມ້ ແລະ ສິນຄ້າປະເພດອື່ນໆ. ທັງນີ້ກໍເພື່ອເຮັດໃຫ້ການຈຳໜ່າຍຖືກຕ້ອງຕາມມາດຕະຖານ ຮັບປະກັນໃຫ້ໄດ້ສິນຄ້າທີ່ມີຄຸນນະພາບປອດໄພຕໍ່ຜູ້ບໍລິໂພກ.

ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ - Visit Laos Visit SALANA BOUTIQUE HOTEL - ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ
ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ - 5 - ການຄ້າສາລະວັນ ລົງຕິດຕາມກວດກາລາຄາສິນຄ້າ ແລະ ສິນຄ້າໝົດອາຍຸ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!