ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ

ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ - 415059 - ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ
ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ - kitchen vibe - ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໃນວັນທີ 26-27 ທັນວາ 2023 ຜ່ານມາ ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.

ໃນກອງປະຊຸມດັ່ງກ່າວໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ 3 ວາລະສໍາຄັນ, ເຊິ່ງກອງປະຊຸມໄດ້ເຫັນດີຮັບຮອງເອົາບົດລາຍງານສະຫລຸບການປະຕິບັດມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ແລະ ກໍານົດທິດທາງແຜນວຽກຈຸດສຸມຂອງລັດຖະບານ ປີ 2024 ພ້ອມທັງສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ປະສົບຜົນສຳເລັດ ແລະ ເປັນຮູບປະທຳ ຕາມແຜນທີ່ກຳນົດໄວ້ ໂດຍໃຫ້ເອົາໃຈໃສ່ ຕໍ່ບັນດາວຽກງານຕົວຈິງໃນປີ 2024.

ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ - Visit Laos Visit SALANA BOUTIQUE HOTEL - ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ

ໃນນີ້ດ້ານວັດທະນະທໍາ-ສັງຄົມ: ຊຸກຍູ້ວຽກງານສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານກອງປະຊຸມອາຊຽນ ດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງ, ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ບໍລິການນັກທ່ອງທ່ຽວ ໂດຍສົມທົບແໜ້ນກັບຜູ້ປະກອບການ ກໍຄື ທຸກພາກສ່ວນໃນສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ດີ, ບໍລິການນັກທ່ອງທ່ຽວ ໃຫ້ມີຄວາມປະທັບໃຈ.

ສຸມໃສ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາການຂາດເຂີນຄູ ແລະ ການປະລະການຮຽນ ຕາມມະຕິລັດຖະບານ ສະບັບເລກທີ 09 ໃຫ້ເປັນຮູບປະທໍາ ແລະ ການປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ໂດຍໃຫ້ໄດ້ເລີ່ມປະຕິບັດໃນເດືອນມັງກອນ 2024.

ຮີບຮ້ອນຄົ້ນຄວ້າປັບປຸງກອງທຶນປະກັນສຸຂະພາບ ຕາມທິດກຸ້ມຕົນເອງເທື່ອລະກ້າວ ແລະ ໃຫ້ຮີບຮ້ອນແກ້ໄຂບັນຫາໜີ້ສິນກອງທຶນປະກັນສຸຂະພາບ ເພື່ອບໍ່ໃຫ້ເກີດສະພາບການຂາດເຂີນຢາປິ່ນປົວພະຍາດ ຢູ່ບາງແຂວງ ຍ້ອນຂາດສະພາບຄ່ອງທາງດ້ານການເງິນ ຄືຜ່ານມາ.

ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ໄວ ແລະ ສາມາດໃຫ້ໄດ້ເລີ່ມປະຕິບັດຊ້າສຸດ ໃນໄຕມາດ 2 ປີ 2024.

ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາຂາດເຂີນແຮງງານພາຍໃນປະເທດ ໂດຍໃຫ້ປະເມີນຄືນ ການປະຕິບັດນະໂຍບາຍທີ່ກຳນົດໃນບັນດານິຕິກຳ ທີ່ໄດ້ອອກຜ່ານມາ, ນະໂຍບາຍໃດບໍ່ເໝາະສົມ ກໍໃຫ້ປັບປຸງ ແລະ ເພີ່ມທະວີຄຸ້ມຄອງແຮງງານລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ.

ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ - 3 - ເລີ່ມເດືອນມັງກອນ 2024 ລັດຖະບານຈະປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ແລະ ຮີບຮ້ອນຄົ້ນຄວ້າເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!