ອິນໂດເນເຊຍກຽມເກັບພາສີຢາສູບໄຟຟ້າອີກ 10% ໃນປີ 2024
December 30, 2023 - 3:52 PM


ລັດຖະບານອິນໂດເນເຊຍຈະເກັບພາສີຢາສູບໄຟຟ້າເພີ່ມຈາກອັດຕາເກົ່າອີກ 10% ໃນປີ 2024.
ວັນທີ 30 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນອິນໂດເນເຊຍອອກຖະແຫລງການ ເລື່ອງການເກັບພາສີຢາສູບໄຟຟ້າເພີ່ມອີກ 10% ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2024 ເພື່ອຫວັງຫລຸດອັດຕາການສູບຢາໄຟຟ້າຂອງປະຊາຊົນ.
ທັງນີ້, ອິນໂດເນເຊຍ ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາປະຊາກອນສູບຢາສູງທີ່ສຸດໃນໂລກ ກໍານົດອັດຕາພາສີສູງເຖິງ 57% ສໍາລັບຢາສູບໄຟຟ້າ. ຂະນະທີ່ຢາສູບທໍາມະດາ ມີການເກັບອັດຕາພາສີໃນລະດັບສູງມາຫລາຍທົດສະວັດແລ້ວ.
ສ່ວນສະມາຄົມຜູ້ຜະລິດ ແລະ ຜູ້ບໍລິໂພກຢາສູບໄຟຟ້າອິນໂດເນເຊຍ ອອກຖະແຫລງການວິຈານລັດຖະບານອິນໂດເນເຊຍວ່າ: ປະກາດມາດຕະການຕາມລໍາພັງໃຈ ໂດຍບໍ່ມີການຫາລືລ່ວງໜ້າໃນລາຍລະອຽດ ແລະ ຈະຮ້ອງຮຽນຕໍ່ສານຕໍ່ໄປ.