ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ
January 5, 2024 - 4:54 PM


ວັນທີ 04 ມັງກອນ 2024 ຜ່ານມາ ທ່ານ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເລ ຮວ່າຍ ຈຸງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໃນໂອກາດທີ່ ທ່ານ ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.
ທ່ານ ເລ ຮວ່າຍ ຈຸງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ຕໍ່ການມາປະຕິບັດໜ້າທີ່ ດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ປະຈໍາ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຂອງທ່ານ ນາງ ຄຳເພົາ ເອີນທະວັນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ທີ່ເປັນມູນເຊື້ອ ແລະ ໄດ້ຮັບການເພີ່ມພູນຄູນສ້າງຕະຫລອດມາ. ພ້ອມກັນນີ້, ທ່ານ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ, ໃນບົດບາດອັນສຳຄັນ ບວກໃສ່ຄວາມຮູ້ຄວາມສາມາດ ແລະ ປະສົບປະການຜ່ານມາ, ທ່ານເອກອັກ ຄະລັດຖະທູດລາວຄົນໃໝ່ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເພິ່ມທະວີສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ຈະ ເລີນງອກງາມຂຶ້ນໄປເລື້ອຍໆ. ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດ ນາມ ຍິນດີໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ ແລະ ລັດຖະບານລາວ ມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ.
ໂອກາດດຽວກັນ, ທ່ານ ນາງ ຄຳເພົາ ເອີນທະວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເລ ຮວ່າຍ ຈຸງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ, ພ້ອມທັງສະ ແດງຄວາມຍິນດີ ຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ເຊິ່ງນຳໂດຍທ່ານ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ເຮັດໃຫ້ປະເທດຊາດພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ 19 ໄດ້ຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງຈະແຈ້ງ, ອິດທິພົນ, ບົດບາດ, ຊື່ສຽງຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນພາກພື້ນ ແລະ ສາກົນ. ພ້ອມນັ້ນ, ທ່ານຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງສະແດງອອກໃນການກະກຽມການ ຢ້ຽມຢາມ ຂອງຜູ້ນຳຂັ້ນສູງສຸດ ຂອງສອງປະເທດ ໃນໄລຍະຜ່ານມາ.
ທ່ານ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫລືອອັນລ້ຳຄ່າ ອັນສະແດງເຖິງນ້ຳໃຈ ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເຊິ່ງມີໜຶ່ງດຽວໃນໂລກນີ້.
ພາບຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ