ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ




ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮ້ັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງທ່ານລັດຖະມົນຕີກະຊວງການຄ້າ ອາເມລິການ ພ້ອມດ້ວຍຄະນະ ໃນຄັ້ງນີ້ອັນເປັນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີຂອງສອງປະເທດ ລະຫວ່າງ ສປປ ລາວ-ອາເມລິກາ ໃຫ້ມີໝາກມີຜົນ ແລະ ປະສິດທິພາບສູງຂຶ້ນ, ໂດຍສະເພາະເປັນການຜັນຂະຫຍາຍຜົນຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມຂອງອະດີດປະທານາທິບໍດີ ບາລັກ ໂອບາມາ ໃນປີ 2016ຜ່ານມາ, ຊຶ່ງໄດ້ເປັນຂີດໝາຍອັນດີໃນການພົວພັນຮ່ວມມື ລະຫວ່າງ ລາວ-ອາເມລິກາ ແລະ ໄດ້ມີຖະແຫລງການຮ່ວມທີ່ມີເຈດຈຳນົງ ກ່ຽວກັບການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານອາເມລິກາ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍເຫລືອທາງດ້ານວິຊາການ, ການສະໜັບສະໜູນ ສປປ ລາວ ເພື່ອເຂົ້າເປັນສະມາຊິກອົງການການຄ້າໂລກ, ການໃຫ້ທຶນຊ່ວຍເຫລືອເພື່ອເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ, ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຮັບຊາບ ໂດຍສະເພາະການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ການບໍລິການ, ການລົງທຶນຜ່ານປະຕູດຽວ, ພ້ອມທັງ ສະເໜີມາຍັງລັດຖະບານສະຫະລັດອາເມລິກາ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ຊຸກຍູ້ຊ່ວຍເຫລືອ ສປປ ລາວ ຕໍ່ໄປໂດຍສະເພາະແມ່ນການເພີ່ມບໍລິມາດການຄ້າຂອງສອງປະເທດໃຫ້ມີປະລິມານສູງຂຶ້ນ.
ໃນໂອກາດດຽວກັນ, ທ່ານ Wilbur Ross ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານນາຍົກລັດຖຸະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຂໍຂອບໃຈມາຍັງລັດຖະບານລາວທີ່ໄດ້ໃຫ້ການສະໜັບສະໜູນ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຂອງອາເມລິກາໃນໄລຍະທີ່ຜ່ານມາ.