ເປີດໂຕ“ໂຄງການບົ່ມເພາະທຸລະກິດໃໝ່ ແລະ ໂຄງການຂະຫຍາຍທຸລະກິດແບບເລັ່ງລັດ”
ໃນວັນທີ 29 ກັນຍາຜ່ານມາ, ຢູ່ຫ້ອງການໂຕະເອັກຊ໌ (Toh-X Coworking Space) ໄດ້ມີພິທີເປີດໂຕໂຄງການບົ່ມເພາະທຸລະກິດໃໝ່ ແລະ ໂຄງການຂະຫຍາຍທຸລະກິດແບບເລັ່ງລັດ (Toh-X lncubation and Acceleration program), ຊຶ່ງມີຜູ້ປະກອບການເຂົ້າຮ່ວມຈໍານວນຫລາຍ, ໂດຍໂຄງການດັ່ງກ່າວເປັນການຄັດເລືອກເອົາບັນດາບຸກຄົນ ຫຼື ກຸ່ມຄົນ ທີ່ຕ້ອງການຢາກມີທຸລະກິດເປັນຂອງຕົນເອງ ຫຼື ມີທຸລະກິດຢູ່ແລ້ວແຕ່ຕ້ອງການຢາກຂະຫຍາຍທຸລະກິດເຂົ້າມາຮຽນຮູ້ ແລະ ຝຶກອົບຮົມຫຼັກສູດເລັ່ງເລັດໃນໄລຍະສັ້ນ 3 ເດືອນ.
ທ່ານ ຄໍາຄູນ ພິມມະສອນ ຕາງໜ້າໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການບົ່ມເພາະທຸລະກິດໃໝ່ຈະຄັດເລືອກເອົາກຸ່ມຄົນທີ່ມີແນວຄິດທີ່ຈະສ້າງທຸລະກິດໃໝ່ ໃນຂັ້ນແນວຄວາມຄິດເພື່ອມາປັ້ນ ແລະ ສ້າງທຸລະກິດໃຫ້ເກີດຂຶ້ນແທ້ພາຍໃນ 3 ເດືອນ ແລະ ສ່ວນໂຄງການຂະຫຍາຍທຸລະກິດແບບເລັ່ງລັດ ແມ່ນເໝາະສົມສໍາລັບຜູ້ທີ່ມີທຸລະກິດແລ້ວ ແລະ ຕ້ອງການໃຫ້ທຸລະກິດຂອງຕົນເຕີບໃຫຍ່ກ້າວກະໂດດໂດຍໃຊ້ ເທັກໂນໂລຊີ ຫລື ນະວັດຕະກໍາໃໝ່.