ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ

ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ - kitchen vibe - ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ

ວັນທີ 10 ມັງກອນ 2024 ນີ້, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດພິທີເປີດງານ ສັບປະດາດິຈິຕ໋ອນ 2024 (Digital Week)  ພາຍໃຕ້ ຄໍາຂວັນ “ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ພ້ອມທັງ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມ ແລະ ເປີດງານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ,ປະທານກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕ໋ອນຂອງ ສປປ ລາວ

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ແຕ່ກາງປີ 2023ເປັນຕົ້ນມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເລັ່ງກະກຽມຈັດງານ ສັບປະດາດິຈິຕອນ 2024 (Digital Week), ເຊິ່ງຈັດຂຶ້ນແຕ່ ວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ“ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະ ກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ຫຼື ເປັນພາສາອັງກິດ ແມ່ນ “Digital Transformation towards the Greater Socio-Economy Development and Resilient Connectivity”

ງານສັບປະດາດິຈິຕອນ ຄັ້ງນີ້ ຈະມີເວທີແລກປ່ຽນ ແລະ ເປີດໂອກາດໃຫ້ສັງຄົມລາວ ໂດຍສະເພາະແມ່ນຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດາ້ນໂທລະຄົມ, ໄອຊີທີ, ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະຄຳຄິດຄຳເຫັນ ແລະ ວາງສະແດງແລກປ່ຽນຜະລິດຕະພັນ ພ້ອມທັງເປີດໂອກາດ, ແລກປ່ຽນຄວາມຮູ້, ປະສົບການໃນການພັດທະນາເຕັກໂນໂລຊີດິຈິຕອນຂອງຜູ້ເຂົ້າຮ່ວມໃນງານເພື່ອນຳໄປຜັນຂະຫຍາຍ ທຸລະກິດຂອງຕົນ.

ງານສັບປະດາດິຈິຕ໋ອນ 2024 (Digital Week) ຄັ້ງນີ້ເປັນງານທີ່ມີຫຼາຍສີສັນ ແລະ ຫຼາຍກິດຈະກຳທີ່ສຳຄັນອີກຫຼາຍຢ່າງ ແລະ ເຫດການທີ່ສຳຄັນທີ່ສຸດ ໃນງານສັບປະດາດິຈິຕ໋ອນຄັ້ງນີ້ ແມ່ນ ກະຊວງເຕັກໂນໂລຊີ ແລະ ການສື່ສານຈະໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດເວທີສຳມະນາເພື່ອປຸກລະດົມຂະບວນການຊາວໜຸ່ມລາວຮ່ວມແຮງຮ່ວມໃຈຫັນເປັນດິຈິຕ໋ອນຊຶ່ງໃນງານດັ່ງກ່າວຈະໄດ້ຮັບຟັງຄຳໂອ້ລົມຊີ້ນຳຈາກ ທ່ານ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງຈະເປັນສຽງແກຕະລຸມບອນໃຫ້ຊາວໜຸ່ມລາວໄດ້ຮັບໄຊຊະນະ ໃນການບຸກທະລຸ ການຫັນເປັນດິຈິຕ໋ອນ.

ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ - 3 - ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ
ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ - 4 - ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ
ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ - 5 - ນາຍົກ ຮ່ວມເປີດງານສັບປະດາດິຈິຕ໋ອນ 2024 ແລະ ເປີດນຳໃຊ້ລະບົບ 5G used case ຂອງ ສປປ ລາວ