ເທສະການອາຫານລາວ 2024 ຈະຈັດຂຶ້ນໃນທ້າຍເດືອນ ມັງກອນນີ້ ຢູ່ສວນເຈົ້າອະນຸວົງ

ງານເທສະການອາຫານລາວ 2024 ພາຍໃຕ້ຄໍາຂວັນ “ ຊີມອາຫານລາວທ່ອງທ່ຽວລາວປີ 2024 ” ຈະຈັດຂຶ້ນ ແຕ່ວັນທີ 23-27 ມັງກອນ 2024 ຢູ່ສວນເຈົ້າອະນຸວົງແຄມຂອງ ນະຄອນຫລວງວຽງຈັນ ເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະນະທໍາ ດ້ານອາຫານພື້ນເມືອງທີ່ເປັນເອກະລັກຂອງລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວເຮັດໃຫ້ອາຫານລາວ ເປັນທີ່ຮູ້ຈັກທັງພາຍໃນ, ຕ່າງປະເທດ; ສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການທາງດ້ານອາຫານກ້າວໄປເຖິງສາມາດສ້າງເປັນ ແບຣນ ອາຫານເອກະລັກແບບລາວໆ ຈໍາໜ່າຍ ອອກສູ່ສາກົນໄດ້; ສ້າງຄວາມເຂັ້ມແຂງ ແລະ ຄວາມສາມັກຄີ; ສ້າງວຽກເຮັດງານທໍາໃຫ້ແມ່ຍິງທີ່ມີພອນສະຫວັນໃນການປຸງແຕ່ງອາຫານ, ເຂົ້າໜົມລາວ ແລະ ອາຫານແບບປະສົມ ແນໃສ່ການອະນຸລັກອາຫານ, ພືດຜັກຜົນຜະລິດກະສິກໍາປອດສານພິດໃຫ້ໄດ້ຈໍາໜ່າຍອອກສູ່ສັງຄົມໄດ້ກິນຢູ່ແບບສະອາດ ແລະ ປອດໄພ ແລະ ຕິດພັນກັບປີທ່ອງທ່ຽວລາວ 2024.
ພາຍໃນງານ ຈະຈັດໃຫ້ມີຮ້ານອາຫານລາວ, ອາຫານປະຍຸກ ແລະອາຫານນາໆຊາດມາວາງຂາຍເຖິງ 180 ຮ້ານ ໃນນັ້ນ,ອາຫານເອກກະລັກຈາກທຸກແຂວງໃນທົ່ວປະເທດ ແລະ ຈາກຜູ້ສະໜັບສະໜູນງານລວມ 165 ຮ້ານ, ຂາຍເຄື່ອງຫັດຖະກໍາແລະກະສິກໍາ 15 ຮ້ານ.