ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ

ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - 418548903 783555403769427 1500028521180319442 n - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ
ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - kitchen vibe - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ

ສູນຂໍ້ມູນຂ່າວສານການຄ້າ ກະຊວງ ອຸດສາຫະກຳ ແລະ ການຄ້າລາຍງານ ວັນທີ 10 ມັງກອນ 2024 ນີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2023 ບັນລຸໄດ້ ປະມານ 1.085 ລ້ານໂດລາສະຫະລັດ ມູນຄ່າການສົ່ງອອກປະມານ 389,5 ລ້ານໂດລາ ແລະ ມູນຄ່າການນຳເຂົ້າ ປະມານ 696 ລ້ານໂດລາ ຂາດດຸນການຄ້າປະມານ 297,5 ລ້ານໂດລາ.

10 ອັນດັບ ສິນຄ້າສົ່ງອອກຕົ້ນຕໍ ມີ: ຄໍາປະສົມ, ຄຳແທ່ງ 47.1 ລ້ານໂດລາສະຫະລັດ, ຢາງພາລາ 44.8 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37.4 ລ້ານໂດລາສະຫະລັດ, ແຮ່ທອງ 31.2 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 20.3 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) 16.6 ລ້ານໂດລາສະຫະລັດ, ໝາກກ້ວຍ 14.4 ລ້ານໂດລາສະຫະລັດ, ເຍື້ອໄມ້ ແລະ ເສດເຈ້ຍ 14.1 ລ້ານໂດລາສະຫະລັດ, ນໍ້າຕານ 13.8 ລ້ານໂດລາສະຫະລັດ ແລະ ແປ້ງມັນຕົ້ນ ປະມານ 12 ລ້ານໂດລາສະຫະລັດ.

ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - Visit Laos Visit SALANA BOUTIQUE HOTEL - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ
ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - Visit Laos Visit SALANA BOUTIQUE HOTEL - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ

ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - 418943536 783555400436094 7434165906284298301 n - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ

10 ອັນດັບສິນຄ້ານໍາເຂົ້າຕົ້ນຕໍ ມີ: ນໍ້າມັນກາຊວນ ປະມານ 83.6 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 77.3 ລ້ານໂດລາສະຫະລັດ, ພາຫະນະທາງບົກ 54.5 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ 39.7 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34.6 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 24.9 ລ້ານໂດລາສະຫະລັດ, ເຍື້ອໄມ້ ແລະ ເສດເຈ້ຍ 22.2 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ 21.8 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 20.9 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ປະມານ 14 ລ້ານໂດລາສະຫະລັດ.
5 ອັນດັບປະເທດສົ່ງອອກຕົ້ນຕໍ ໄດ້ແກ່: ຈີນ ປະມານ 168.3 ລ້ານໂດລາສະຫະລັດ, ຫວຽດນາມ 86.4 ລ້ານໂດລາສະຫະລັດ, ໄທ 43.8 ລ້ານໂດລາສະຫະລັດ, ອົດສະຕາລີ 28 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ ປະມານ 10 ລ້ານໂດລາສະຫະລັດ.
5 ອັນດັບປະເທດນໍາເຂົ້າຕົ້ນຕໍ ໄດ້ແກ່: ໄທ ປະມານ 277.3 ລ້ານໂດລາສະຫະລັດ, ຈີນ 280 ລ້ານໂດລາສະຫະລັດ, ຫວຽດນາມ 26.5 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 22.1 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 12.3 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 11 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ

ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - 3 - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ
ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - 5 - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ
ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ - 4 - ເດືອນພະຈິກ 2023 ສປປ ລາວ ຂາດດຸນການຄ້າ 297,5 ລ້ານໂດລາສະຫະລັດ