ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ

ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - 8503 - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ
ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - kitchen vibe - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ

ວັນທີ 10 ມັງກອນ 2024, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊຶຈິຢະ ຊິນາໂກະ (Hon. Ms.TSUCHIYA Shinako) ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 10-12 ມັງກອນ 2024.
ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ເຊິ່ງຈະຊ່ວຍຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ. ພ້ອມທັງສະແດງຄວາມເສົ້າສະຫລົດໃຈ ແລະ ເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ແຄມຝັ່ງທະເລທາງພາກຕາເວັນຕົກສ່ຽງເໜືອຂອງຍີ່ປຸ່ນ ໃນວັນທີ 01 ມັງກອນ 2024 ແລະ ເຫດການເຮືອບິນຕໍາກັນ ທີ່ ສະໜາມບິນສາກົນ ຮາເນດະ ໃນວັນທີ 2 ມັງກອນ 2024 ຜ່ານມາ.

ໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ຂອງລັດຖະບານຍີ່ປຸ່ນໃຫ້ແກ່ລັດຖະບານລາວຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນໃນຂົງເຂດບູລິມະສິດ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ພື້ນຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ແລະ ອື່ນໆ ກໍຄື ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024. ພິເສດແມ່ນໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ແລະ ໂຄງການສະໜັບສະໜູນທຶນ ເພື່ອຈັດຊື້ອຸປະກອນກົນຈັກໜັກ ເພື່ອສ້ອມແປງຖະໜົນຫົນທາງ ທີ່ເປ່ເພຈາກໄພພິບັດທຳມະຊາດ ເຊິ່ງເປັນສັນຍາລັກສໍາຄັນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ທີ່ຈະມາເຖິງນີ້ ແລະ ໃນໂອກາດປີທ່ອງທ່ຽວລາວ 2024 ນີ້ ໂດຍຜ່ານ ທ່ານ ນາງ ຊຶຈິຢະ ຊີນາໂກະ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຊີນຊວນນັກທ່ອງທ່ຽວຍີ່ປຸ່ນ ມາທ່ອງທ່ຽວລາວໃຫ້ຫລາຍຂຶ້ນ ພ້ອມທັງເຊີນຊວນບັນດານັກລົງທຶນ ແລະ ບໍລິສັດ ຂອງຍີ່ປຸ່ນ ໃຫ້ເຂົ້າມາລົງທຶນ ແລະ ຮ່ວມມືດ້ານຕ່າງໆຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອກະຕຸກຊຸກຍູ້ການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ພົ້ນເດັ່ນຍິ່ງຂຶ້ນ.

ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - Visit Laos Visit SALANA BOUTIQUE HOTEL - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ
ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - Visit Laos Visit SALANA BOUTIQUE HOTEL - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ

ທ່ານ ນາງ ຊຶຈິຢະ ຊິນາໂກະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້. ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່ງສອງສະພາແຫ່ງຊາດ ຍີ່ ປຸ່ນ-ລາວ ແມ່ນມີຄວາມຈິງໃຈແລກປ່ຽນນຳກັນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນບັນດາໂຄງການທີ່ຝ່າຍລາວໄດ້ສະເໜີໃຫ້ລັດຖະບານຍີ່ປຸ່ນພິຈາລະນາ ໂດຍສະເພາະແມ່ນການຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາ ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ; ພ້ອມທັງ ການພັດທະນາຊັບພະຍາກອນມະນຸດແມ່ນມີຄວາມສຳຄັນຫລາຍ ຈຶ່ງເຫັນສົມຄວນສືບຕໍ່ສະເໜີລັດຖະບານຍີ່ປຸ່ນ ເພີ່ມທຶນການສຶກສາໃຫ້ແກ່ຊາວໜຸ່ມນັກສຶກສາລາວ.

ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - 3 - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ
ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - 5 - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ
ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ - 4 - ລັດຖະບານລາວສະເໜີໃຫ້ລັດຖະບານຍີ່ປຸ່ນ ພິຈາລະນາຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ເພື່ອສົ່ງເສີມການໄປມາຫາສູ່ກັນ