ທ່ານ ອາຕາ ຂຶ້ນຮັບຕຳແໜ່ງ ນາຍົກ ລັດຖະມົນຕີຝຣັ່ງ ຄົນໃໝ່ ອາຍຸ 34 ປີ
January 11, 2024 - 1:36 PM

ວັນທີ 9 ມັງກອນ 2024 ນີ້, ທ່ານ ກະບຣິເອ ອາຕາ ລັດຖະມົນຕີກະຊວງການສຶກສາ ແລະ ຊາວໜຸ່ມ ຝຣັ່ງອາຍຸ 34 ປີໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີຝຣັ່ງຄົນໃໝ່, ສື່ມວນຊົນຝຣັ່ງລາຍງານວ່າ, ທ່ານ ກະບຣິເອ ອາຕາ ເປັນນາຍົກລັດຖະມົນຕີຝຣັ່ງທີ່ມີອາຍຸຕ່ຳສຸດໃນປະຫວັດສາດຂອງຝຣັ່ງ.
ທ່ານອາຕາເກີດໃນ ເດືອນມີນາ ປີ 1989, ເຄີຍດຳລົງຕຳແໜ່ງເປັນໂຄສົກຂອງລັດຖະບານຝຣັ່ງແຕ່ປີ 2020 ຫາ 2022, ລັດຖະມົນຕີກະຊວງ ງົບປະມານຝຣັ່ງແຕ່ປີ 2022 ຫາ 2023, ຫຼັງຈາກນັ້ນກໍເຂົ້າມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການສຶກສາ ແລະ ຊາວໜຸ່ມ.